ການເຝິກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈັດຂຶ້ນວັນທີ 22 ກຸມພາ 2021 ຢູ່ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທໍາ ນວ ທ່ານນາງ ດວງມະນີ ລາວມ້າວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ມີບັນດາທ່ານຫົວໜ້າພະແນກການຕ່າງໆ ຜູ້ຕາງໜ້າຈາກສານປະຊາຊົນ ນວ ອົງການໄອຍະການປະຊາຊົນ ນວ ກອງບັນຊາການ ປກສ ນວ ບັນດາທະນາຄານ ບໍລິສັດ ແລະ ອົງການປົກຄອງບ້ານເຂົ້າຮ່ວມ.

ໂອກາດນີ້ ທ່ານ ພູທອນ ແກ້ວດວງມະນີ ກ່າວວ່າ: ຈຸດປະສົງລະດັບຄາດໝາຍຕົ້ນຕໍສໍາລັບການເຝິກອົບຮົມຂອງພວກເຮົາໃນຄັ້ງນີ້ ແມ່ນເພື່ອສະເໜີການແກ້ໄຂຂໍ້ຂັດແຍ່ງທາງດ້ານການຄ້າສາກົນ ສະເໜີການແກ້ໄຂຂໍ້ຂັດແຍ່ງທາງດ້ານການລົງທຶນ ສະເໜີການຄຸ້ມຄອງບໍລິຫານອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະເໜີທັກສະ.

ແນວໃດກໍຕາມ ເພື່ອບັນລຸຈຸດປະສົງລະດັບຄາດໝາຍຂ້າງເທິງນີ້ ຂໍໃຫ້ແຕ່ລະທ່ານທີ່ເຂົ້າຮ່ວມໃນການເຝິກອົບຮົມຄັ້ງນີ້ ຈົ່ງໄດ້ເອົາໃຈໃສ່ໃນທຸກບັນຫາທີ່ໄດ້ສະເໜີ ພ້ອມດຽວກັນນັ້ນ ກໍເອົາໃຈໃສ່ໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພາະວ່າບັນດາທ່ານຜູ້ເຂົ້າຮ່ວມການເຝິກອົບຮົມ ລ້ວນແລ້ວແຕ່ແມ່ນຜູ້ທີ່ມີປະສົບການໃນການເຮັດວຽກຕົວຈິງ ອີກບັນຫາໜຶ່ງ ກໍຮຽກຮ້ອງມາຍັງຂະແໜງການທີ່ເຮັດວຽກຕົວຈິງ ເປັນຕົ້ນ ສູນ ແລະ ຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຈົ່ງໄດ້ເອົາໃຈໃສ່ກ່ຽວກັບວິທີການໃນການດໍາເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນພາກປະຕິບັດຕົວຈິງ ແລະ ເອົາໃຈໃສ່ຂັ້ນຕອນປະສານສົມທົບຢ່າງກົມກຽວ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃຫ້ມີຄວາມເຂົ້າໃຈ ແລະ ຮັບຮູ້ຢ່າງເລິກເຊິ່ງຕໍ່ກັບວຽກງານນີ້.

# ຂ່າວ & ພາບ: ສີພອນ