ນັກສຶກສາ ມຊ-ສະຖາບັນວິຈິດສິນ ໄດ້ຮັບທຶນຈາກບໍລິສັດເບຍລາວ

    ພິທີມອບ-ຮັບທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ສະຖາບັນວິຈິດສິນແຫ່ງຊາດ (ສວຊ) ຄັ້ງທີ XI ປະຈໍາສົກປີ 2020-2021 ຈັດຂຶ້ນວັນທີ 19 ກຸມພາ 2021 ຢູ່ ສວຊ ກ່າວມອບຂອງທ່ານ ເຮັນຣິກ ຈູນແອນເດີຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ບໍລິສັດເບຍລາວ ແລະ ກ່າວຮັບແມ່ນທ່ານ ໂພສີ ທິບດາວັນ ຮອງອະທິການບໍດີຝ່າຍຄຸ້ມຄອງນັກສຶກສາ ມຊ ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອໍານວຍການ ສວຊ ມີບັນດາຫົວໜ້າພະແນກ ຫົວໜ້າພາກວິຊາ ພະນັກງານ ຄູອາຈານ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.

    ຈຸດປະສົງຂອງໂຄງການທຶນການສຶກສາ ແມ່ນເພື່ອຊຸກຍູ້ໃຫ້ນັກສຶກສາທີ່ມີຄຸນສົມບັດດີ ຮຽນດີ ຖານະຄອບຄົວບໍ່ຄ່ອງຕົວ ທຸກຍາກ ຫ່າງໄກສອກຫຼີກ ເປັນລູກກໍ່າພ້າ ໃຫ້ໄດ້ສຶກສາຈົນຈົບມະຫາວິທະຍາໄລ ໂຄງການທຶນການສຶກສາ ດັ່ງກ່າວນີ້ ບໍລິສັດ ເບຍລາວ ຈຳກັດ ໄດ້ມອບໃຫ້ນັກສຶກສາ 2 ສະຖາບັນຄື: ມຊ ແລະ ສວຊ ຄັ້ງທີ XI ປະຈຳປີ 2020-2021 ຈໍານວນ 150 ທຶນ ແບ່ງເປັນ ມຊ 120 ທຶນ ມູນຄ່າ 349 ລ້ານກີບ ແລະ ສວຊ 30 ທຶນ ມູນຄ່າ 91 ລ້ານກີບ ໂດຍສະໜັບສະໜູນເປັນເງິນປະຈໍາເດືອນ 300.000 ກີບຕໍ່ເດືອນຕໍ່ຄົນ ທັງໝົດ 9 ເດືອນ ລວມມູນຄ່າທັງໝົດ 440 ລ້ານກີບ.

​                              # ຂ່າວ & ພາບ: ສີພອນ

error: Content is protected !!