ຫຼາຍພາກສ່ວນສຳເລັດການຍົກລະດັບຄວາມຮູ້ ຄວາມສະເໝີພາບລະຫວ່າງຍິງ-ຊາຍ

    ວັນທີ 19 ກຸມພາ 2021 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໄດ້ມີພິທີປິດຊຸດເຝິກອົບຮົມຄວາມຮູ້ກ່ຽວກັບສິ່ງທ້າທາຍ ແລະ ໂອກາດໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຂະແໜງການທ່ອງທ່ຽວ ແລະ ສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກນ້ອຍຊົນນະບົດ ເປັນປະທານຂອງທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ມີທ່ານ ນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍຂັ້ນສູນກາງ ຂະແໜງການກ່ຽວຂອງແຂວງຈາກພາກລັດ ເອກະຊົນ ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

     ຊຸດເຝິກອົບຮົມໃນຄັ້ງນີ້ ມີສໍາມະນາກອນເຂົ້າຮ່ວມ 40 ຄົນ ຍິງ 20 ຄົນ ຕະຫຼອດໄລຍະເຝິກອົບຮົມ ສຳມະກອນໄດ້ໃຈໃສ່ຢ່າງຕັ້ງໜ້າ ໃນການຮຽນຮູ້ຄວາມຮູ້ພື້ນຖານບົດບາດຍິງ-ຊາຍ ແລະ ການສົ່ງເສີມສິດສະເໜີພາບຍິງ-ຊາຍ ການພັດທະນາທີ່ຢືນຍົງ ການວິເຄາະຂອບຂອງແມ່ຍິງ ແລະ ຂອບຂອງຜູ້ຊາຍ ເຄື່ອງມືການວິເຄາະທາງສັງຄົມ ເພື່ອການປ່ຽນແປງ ການວິເຄາະການເຂົ້າເຖິງ ແລະ ການຄວບຄຸມ ການວິເຄາະການແບ່ງງານບົດບາດຍິງ-ຊາຍ ການເຊື່ອມບົດບາດຍິງ-ຊາຍ ເຂົ້າໃນທຸກຂົງເຂດວຽກງານ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຄວາມສຳຄັນ ແລະຈໍາເປັນໃນການສົ່ງເສີມຄວາມສະເໜີພາບຍິງ-ຊາຍ ແລະ ການສົ່ງເສີມສິດທິແມ່ຍິງ ແລະ ເດັກນ້ອຍ ນອກນີ້ ຍັງໄດ້ແບ່ງກຸ່ມໃນການສົນທະນາຫົວຂໍ້ຕ່າງໆ ຜ່ານການຝຶກອົບຮົມ ເຫັນວ່າຜູ້ເຂົ້າຮ່ວມໃຫ້ຮັບຮູ້ ເຂົ້າໃຈຕໍ່ສິດ ແລະ ຄວາມສະເໝີພາບຍິງ-ຊາຍຫຼາຍຂຶ້ນ.

    ເພື່ອເປັນການຢັ້ງຢືນຜົນສຳເລັດ ທ່ານ ນາງ ສຸດາພອນ ຄົມທະວົງ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການເຝິກອົບຮົມ ແລະ ເປັນບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ແລະ ປະກອບອາຊີບໃນອະນາຄົດ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!