ວັນທີ 19 ກຸມພາ 2021 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ຄະນະກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງປະຊຸມສຳມະນາການແຂ່ງຂັນວີດີໂອສັ້ນ ແລະ ຂຽນບົດຄວາມໃນຫົວຂໍ້ “ຕ້ານການໃຊ້ຄວາມຮຸງແຮງບົນພື້ນຖານທາງເພດ ແລະ ຕໍ່ແມ່ຍິງ ຕິດພັນກັບການແຜ່ລະບາດຂອງພະຍາດ COVID-19” ຂຶ້ນ ໂດຍເປັນປະທານຂອງທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະແມ່ຍິງລາວ ຮອງປະທານ ຄຊກມດ ມີທ່ານ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ນັກສຶກສາ ມຊ ສະຖາບັນ ວິທະຍາໄລ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ຈຶ່ງຂໍເຊີນຊວນຜູ້ທີ່ມີພອນສະຫວັນ ແລະ ຄວາມສາມາດໃນດ້ານດັ່ງກ່າວ ສົ່ງບົດເຂົ້າຮ່ວມແຂ່ງຂັນໄດ້ ສຳລັບຫົວຂໍ້ທີ່ເຂົ້າຮ່ວມແຂ່ງຂັນມີ
1. ລຶບລ້າງທັດສະນະຄະຕິທີ່ເປັນການຈຳແນກ ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ແລະ ຕໍ່ແມ່ຍິງ ຕິດພັນການແຜ່ລະບາດຂອງພະຍາດ COVID-19
2. ການສ້າງຄ່ານິຍົມຂອງສັງຄົມ ໃນການສະໜັບສະໜູນຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການແຜ່ລະບາດຂອງພະຍາດ COVID-19
3. ການມີສ່ວນຮ່ວຂອງເພດຊາຍ ແລະ ເດັກຊາຍ ໃນການຕ້ານການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດ ຕິດພັນກັບການແຜ່ລະບາດຂອງພະຍາດ COVID-19
4. ບົດຮຽນອັນດີ ໃນການປ້ອງກັນການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດ ແລະ ຕໍ່ແມ່ຍິງໃນຊຸມຊົນ.

ມາດຖານຂອງບັນດາບົດທີ່ຈະເຂົ້າແຂ່ງຂັນ ຕ້ອງເປັນຜົນງານທີ່ສ້າງຂຶ້ນໃໝ່ ບໍ່ກ່າຍ ຫຼື ບໍ່ຄັດລອກເອົາຜົນງານຂອງຜູ້ອື່ນ (ຜົນງານທີ່ຈະຜ່ານການຮອງຮັບໄດ້ ຕ້ອງຜ່ານການປັບປຸງຈາກ ຄຊກມດ ເຕັກນິກການຖ່າຍຕ້ອງໃຊ້ມາດຖານ HD ວິດີໂອສັ້ນບໍ່ເກີນ 5-10 ນາທີ ສ້າງໂຄສະນາ (ສະປອດສັ້ນ) ບໍເກີນ 1 ນາທີ ບົດຄວາມບໍ່ເກີນ 1-2 ໜ້າເຈ້ຍ A4 ຂະໜາດໂຕໜັງສື 12 ຜູ້ເຂົ້າແຂ່ງຂັນສາມາດເລືອກເອົາ 1 ເລື່ອງໃນ 4 ຫົວຂໍ້າທີ່ກຳນົດໄວ້ ອຸປະກອນທີ່ໃຊ້ແມ່ນບໍ່ໃຫ້ແຕະຕ້ອງເຖິງຕ່າງປະເທດ ເຊັ່ນ ໂລໂກ ເຄື່ອງໝາຍຕ່າງໆ ສຽງດົນຕີ ເພງປະກອບແມ່ນແຕ່ງຂຶ້ນເອງ ບໍ່ແຕະຕ້ອງເຖິງລິຂະສິດຂອງຜູ້ອື່ນ ວັນເວລາໃນການສົ່ງບົດເຂົ້າແຂ່ງຂັນ ວັນທີ 30 ເມສາ ປະກາດຜົນວັນທີ 31 ກໍລະກົດ ແລະ ມອບລາງວັນ ວັນທີ 25 ພະຈິກ 2021.
ສໍາລັບລາງວັນທີ 1 ປະເພດວິດີໂອສັ້ນ ຈະໄດ້ຮັບເງິນສົດ 8 ລ້ານກີບ ລາງວັນທີ 2: 6 ລ້ານກີບ ລາງວັນທີ 3: 4 ລ້ານກີບ ລາງວັນຊົມເຊີຍ 1 ລ້ານກີບ ປະເພດໂຄສະນາ (ສະປອດສັ້ນ) ລາງວັນທີ 1: 5 ລ້ານກີບ ລາງວັນທີ 2: 3 ລ້ານກີບ ລາງວັນທີ 3: 2 ລ້ານກີບ ລາງວັນຊົມເຊີຍ 5 ແສນກີບ ປະເພດບົດຄວາມ ລາງວັນທີ 1: 1 ລ້ານກີບ ລາງວັນທີ 2: 7 ແສນກີບ ລາງວັນທີ 3: 5 ແສນກີບ ແລະ ລາງວັນຊົມເຊີຍ 2 ແສນກີບ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ