ລະຫວ່າງວັນທີ 18 -19 ກຸມພາ 2021 ທີ່ວິທະຍາໄລຄູດົງຄຳຊ້າງ ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ບີຄວາ (BEQUAL) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດກອງປະຊຸມແບບອອນລາຍ ເປັນປະທານທ່ານ ນາງ ວົງເດືອນ ໂອໃສ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກີລາ ເຊິ່ງມີບັນດາພາກສ່ວນທີ່ກ່ຽວຂ້ອງຫຼາຍກວ່າ 60 ທ່ານ ຈາກພະແນກສຶກສາທິການ ແລະ ກີລາແຂວງ ແລະ ນະຄອນຫຼວງວຽງຈັນ ພະນັກງານຈາກວິທະຍາໄລສ້າງຄູ 8 ແຫ່ງທົ່ວປະເທດເຂົ້າຮ່ວມ.
ທ່ານ ນາງ ວົງເດືອນ ໂອໃສ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທວນຄືນກ່ຽວກັບຄູເຝິກຂັ້ນແຂວງ ສຳລັບການເຝິກອົບຮົມໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃຫ້ຄູສອນຊັ້ນປະຖົມສຶກສາ
ທີມຄູເຝິກຂັ້ນແຂວງ ໄດ້ຖຶກສ້າງຂຶ້ນໃນເດືອນພະຈິກ 2018 ເພື່ອເຝິກອົບຮົມໃຫ້ຄູຊັ້ນປະຖົມສຶກສາ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ລວມທັງການປະຕິບັດບັນດາກິດຈະກຳຊ່ວຍເຫຼືອຄູຢ່າງຕໍ່ເນື່ອງ ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມທັງໝົດໄດ້ສະທ້ອນຄືນ ຜົນໄດ້ຮັບ ເເລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ2 ຈະໄດ້ປຶກສາຫາລືເຖິງຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງກອງປະຊຸມຄັ້ງຕໍ່ໄປ ຈະມີຂຶ້ນໃນເດືອນເມສາ 2021 ເຊິ່ງຈະມີຄູເຝິກຂັ້ນແຂວງ ຈາກແຂວງເປົ້າໝາຍທີ່ໄດ້ຮັບການສະໜັບສະໜູນຈາກເເຜນນງານບີຄວາ ມີເເຂວງຜົ້ງສາລີ ຫຼວງນໍ້າທາ ຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະ ເຊກອງ ຈະໄດ້ເຂົ້າຮ່ວມກອງປະຊຸມເຝິກອົບຮົມຄູເຝິກກ່ຽວກັບຊຸດອຸປະກອນຊ່ວຍເຫຼືອຄູ ເພື່ອສ້າງຂີດຄວາມສາມາດໃຫ້ເເກ່ເຂົາເຈົ້າ ໂດຍສະເພາະ ສິ່ງທ້າທ້າທີ່ຄູອາດພົບພໍ້ໃນລະຫວ່າງການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ໃນເດືອນມີຖຸນາ 2021 ຄູເຝິກຂັ້ນແຂວງທັງໝົດ ຈະໄດ້ຮັບການເຝິກອົບຮົມການຈັດຕັ້ງປະຕິບັດຫຼັກສູດຂັ້ນ ປ3 ສະບັບປັບປຸງໃໝ່ ເປັນເວລາ 5 ວັນ ແລະ ຫຼັງຈາກນັ້ນ ຈະໄດ້ດຳເນີນການເຝິກອົບຮົມໃຫ້ເເກ່ຄູ ຂັ້ນ ປ3 ໃນເດືອນກໍລະກົດ – ສິງຫາ 2021.

# ຂ່າວ & ພາບ: ບຸນມີ