ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ເຂດເມືອງສີໂຄດຕະບອງ 6 ທ່ານ ໄດ້ລົງພົບປະກັບປະຊາຊົນໃນວັນທີ 19 ກຸມພາ 2021 ທີ່ວັດບ້ານດົງນາໂຊກໃຕ້ (ວັດຈອມໄຕ) ເມືອງສີໂຄດຕະບອງ ນວ ນໍາໂດຍທ່ານ ບຸນມີ ໄຊຍະວົງ ຄະນະປະຈໍາພັກເມືອງ ຮອງເລຂາຄະນະພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດເມືອງສີໂຄດຕະບອງ ທ່ານ ສົມບັດ ຈັນທະມາດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານ ນາງ ວຽງພອນ ແກ້ວຄູນສີ ກໍາມະການພັກ ນວ ທ່ານ ແສງສຸລິຍັນ ສິລິໂພຄາ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງສີໂຄດຕະບອງ ທ່ານ ນັນຕາ ສານນຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ນາງ ອາລຸນນີ ສີພາຄໍາ ຄະນະບໍລິຫານງານສະຫະພັນແມ່ຍິງ ນວ ໃຫ້ການຕ້ອນຮັບຂອງທ່ານ ອານຸສັກ ຈຸນລະພາພິມ ກໍາມະການພັກເມືອງ ຫົວໜ້າຫ້ອງການເມືອງສີໂຄດຕະບອງ ພ້ອມດ້ວຍຄະນະອົງການປົກຄອງບ້ານ ແລະ ປະຊາຊົນທັງ 5 ບ້ານ (ດົງນາໂຊກເໜືອ ດົງນາໂຊກໃຕ້ ໂພນຄໍາ ໜອງບົວທອງເໜືອ ແລະ ປາກທ້າງ) ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ອານຸສັກ ຈຸນລະພາພິມ ໄດ້ກ່າວຕ້ອນຮັບຄະນະຜູ້ແທນດັ່ງກ່າວ ພ້ອມທັງກ່າວເຖິງຈຸດປະສົງໃນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງ ສສນວ ຊຸດທີ II ປະຈໍາເມືອງສີໂຄດຕະບອງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຮັບຮູ້ ເຂົ້າໃຈແຈ້ງຕື່ມ ທາດແທ້ຂອງລະບອບການເມືອງໃນລະບອບປະຊາຊທິປະໄຕ ປະຊາຊົນ ໃຫ້ຜູ້ມີສິດເລືອກຕັ້ງມີຄວາມເຂົ້າໃຈຕໍ່ໂຄງປະກອບການຈັດຕັ້ງ ແລະ ບຸຄະລາກອນ ສສຊ ແລະ ໃຫ້ຜູ້ມີສິດເລືອກຕັ້ງເຫັນໄດ້ສິດ ໜ້າທີ່ ແລະ ພັນທະພົນລະເມືອງ ໃນການໄປປອນບັດເລືອກຕັ້ງຄັ້ງນີ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ພ້ອມນີ້ ທ່ານຍັງໄດ້ລາຍງານຫຍໍ້ທັງ 5 ບ້ານ ກຸ່ມໜອງດ້ວງ ໄດ້ຂຶ້ນບັນຊີພົນລະເມືອງຜູ້ມີສິດເລືອກຕັ້ງ ແລະ ກໍານົດໜ່ວຍປ່ອຍບັດເລືອກຕັ້ງ ໃນນັ້ນ ມີພົນລະເມືອງທັງໝົດ 13.851 ຄົນ ຍິງ 17.147 ຄົນ ຜູ້ມີສິດປ່ອນບັດເລືອກຕັ້ງນັບແຕ່ອາຍຸ 18 ປີຂຶ້ນໄປ ມີ 8.973 ຄົນ ຍິງ 4.603 ຄົນ ໄດ້ແບ່ງໜ່ວຍເລືອກຕັ້ງອອກເປັນ 11 ໜ່ວຍ.
ຫຼັງຈາກນັ້ນ ຄະນະຜູ້ແທນທີ່ລົງສະໝັກທັງ 6 ທ່ານ ໄດ້ຜັດປ່ຽນກັນຂຶ້ນນໍາເໜີແນະນຳປະຫວັດຫຍໍ້ການເຄື່ອນໄຫວແລະ ຜົນງານຂອງຕົນໃນແຕ່ລະໄລຍະ ພ້ອມທັງສະເໜີແນວທາງການປະກອບສ່ວນຂອງຕົນພາຍຫຼັງທີ່ຖືກເລືອກຕັ້ງເປັນ ສສນວ ຊຸດທີ II ທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ພະນັກງານ ທະຫານ ຕຳຫຼວດ ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ເຊິ່ງຜູ້ສະໝັກເລືອກ ສສນວ ຊຸດທີ II ເຂດເມືອງສີໂຄດຕະບອງ ເລີ່ມລົງຫາສຽງແຕ່ວັນທີ 9 ຫາ 19 ກຸມພາ 2021 ລວມມີ 20 ຈຸດ ໃນນັ້ນມີ 42 ບ້ານ ມີ 24 ຫ້ອງການ.
ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນດັ່ງກ່າວໄດ້ສືບຕໍ່ລົງພົບຜູ້ມີສິດເລືອກຕັ້ງຢູ່ວັດ ໜອງດ້ວງໃຕ້ ໃຫ້ກຽດຕ້ອນຮັບໂດຍທ່ານນາງ ຈັນທອນ ທອງມະນີວົງ ກຳມະການພັກເມືອງ ເລຂາພັກບ້ານ ນາຍບ້ານໜອງດ້ວງໃຕ້.

# ຂ່າວ & ພາບ: ວຽງມາ