ວັນທີ 19 ກຸມພາ 2021 ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ໄດ້ລົງມາພົບປະ ແລະ ສະເໜີຕົວຕໍ່ນາຍ ແລະ ພົນທະຫານ ແລະ ກໍາມະກອນ ໂຮງງານຕັດຫຍິບໝາຍເລກ 1 ກອງທັບປະຊາຊົນລາວ ເພື່ອໂຄສະນາຫາສຽງ ມີທ່ານ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກສະໄໝທີ XI ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ສະມາຊິກສະພາແຫ່ງຊາດຊຸດທີ VIII ທ່ານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ສາລະພິດ ສູນວໍລະວົງ ຄະນະປະຈໍາສະພາປະຊາຊົນ ນວ ເລຂາທິການສະພາປະຊາຊົນ ນວ ຊຸດທີ I ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດ ພັດທະນາກະສິກໍາ ຄະນະບໍລິຫານງານສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາແຫ່ງຊາດລາວ ທ່ານ ນາງ ສົມປະເສີດ ສີຫາລາດ ຫົວໜ້າຄະນະໂຄສະນາ-ອົບຮົມ ເມືອງສີໂຄດຕະບອງ ທ່ານ ອຸດົມ ສີລາເພັດ ປະທານກວດກາໜ່ວຍພັກຮາກຖານ ຄະນະບໍລິຫານງານ ຮອງປະທານ ແລະ ເປັນປະທານກວດກາພັກສະຫະພັນກໍາມະບານ ນວ ຖືກຕ້ອນຮັບຈາກທ່ານ ພັນເອກ ນາງ ເນາະ ພົມມີໄຊ ອໍານວຍການໂຮງງານຕັດຫຍິບໝາຍເລກ 1 ກອງທັບປະຊາຊົນລາວ.
ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ IX ປະຈໍາເຂດເລືອກຕັ້ງທີ I ໄດ້ຜັດປ່ຽນກັນສະເໜີປະຫວັດຂອງຕົນໂດຍຫຍໍ້ຕາມລໍາດັບ ພ້ອມນັ້ນໄດ້ສະເໜີຜົນງານການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ນອກນັ້ນ ກໍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງໄດ້ອອກມາປ່ອນບັດ ແລະ ໃຫ້ແນະນໍາລູກຫລານຂອງຕົນທີ່ີມີອາຍຸ 18 ປີຂຶ້ນໄປມີສິດປ່ອນບັດເລືອກຕັ້ງ ອອກມາໃຊ້ສິດປະຊາທິປະໄຕຂອງຕົນໃນວັນທີ 21 ກຸມພາ 2021 ໃຫ້ຄົບຖ້ວນ ຖືກຕ້ອງຕາມລະບຽບກົດໝາຍ.
# ຂ່າວ & ພາບ: ຂັນທະວີ