ສີສັດຕະນາກ ສຳເລັດການຄັດເລືອກຕົວແທນນັກຮຽນເກ່ງຂັ້ນເມືອງ

    ຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສະຫຼຸບການສອບເສັງນັກຮຽນເກ່ງຊັ້ນປະຖົມ ປ 5 ມັດທະຍົມຕົ້ນ ມ 4 ແລະ ມັດທະຍົມປາຍ ມ 7 ຂອງເມືອງ ໃນວັນທີ 18 ກຸມພາ 2021 ທີ່ວິທະຍາໄລສັບພະວິຊາ ນວ ໂດຍມີທ່ານ ດາວັນ ທົນນະວົງສາ ຮອງເຈົ້າເມືອງສີສັດຕະນາກ ທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງສີສັດຕະນາກ ຄະນະຜູ້ບໍລິຫານການສຶກສາ ຜູ້ອຳນວຍການໂຮງຮຽນ ແຂກຖືກເຊິນ ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ. 

    ທ່ານ ຄຳສິງ ດວງດາລາ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການສອບເສັງນັກຮຽນເກ່ງປະຈຳສົກຮຽນ 2020-2021 ເຊິ່ງການສອບເສັງຄັດເລືອກນັກຮຽນເກ່ງຂັ້ນເມືອງ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນສົກຮຽນ ຜ່ານການຄັດເລືອກຂັ້ນກຸ່ມ ແລະ ຈັດຕັ້ງການສອບເສັງຄັດເລືອກຂັ້ນເມືອງໃນວັນທີ 11 ກຸມພາ 2021 ຜ່ານມາ ສຳລັບຂັ້ນປະຖົມສອບເສັງ 3 ວິຊາ ຄື: ວິຊາພາສາລາວ ຄະນິດສາດ ແລະ ວີຊາໂລກອ້ອມຕົວ ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 193 ຄົນ ຍິງ 121 ຄົນ ຂັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ສອບເສັງ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ເຄມີສາດ ແລະ ວິຊາຟີຊິກສາດ ຊັ້ນ ມ ຕົ້ນ ມີນັກສອບເສັງທັງໝົດ 144 ຄົນ ຍິງ 104 ຄົນ ມ ປາຍ 99 ຄົນ ຍິງ 54 ຄົນ. 

    ຜົນການສອບເສັງ ຊັ້ນປະຖົມສຶກສາ ຄັດເລືອກຕົວແທນນັກຮຽນເກ່ງໄດ້ທັງໝົດ 15 ຄົນ ຍິງ 12 ຄົນ ໄດ້ອັນດັບທີ 1 ຄະແນນສູງສຸດ ວິຊາຄະນິດສາດ 8,15 ຄະແນນ ທ້າວ ພຸດທະໄຊ ສິດທິເດດ ຈາກປະຖົມສະຖາພອນ ຄະແນນສູງສຸດ ວິຊາວັນນະຄະດີ 6,5 ຄະແນນ ນາງ ມະລີເພັດ ໂຄດພູທອນ ໂຮງຮຽນປະຖົມ ວິຣະຖາວອນ ວິຊາໂລກອ້ອມຕົວ ອັນດັບ 1 ຄະແນນ 7,5 ນາງ ພອນສະຫວັນ ແສງວິໄລ ປະຖົມສະຖາພອນ ຊັ້ນມັດທະຍົມຕົ້ນ ຄັດໄດ້ຕົວແທນນັກຮຽນເກ່ງ ຈຳນວນ 20 ຄົນ ຍິງ 17 ຄົນ ອັນດັບ 1 ວິຊາຄະນິດສາດ ຄະແນນ 8,75 ທ້າວ ກັນຍາ ເຫງົ້າພາສີ ວິຊາເຄມີສາດ ຄະແນນ 6,00 ນາງ ເມລິສາ ປະທິວັນ ທັງສອງຈາກ ມ ຕົ້ນ ສະຖາພອນ ວິຊາພາສາລາວ-ວັນນະຄະດີ ຄະແນນ 6,5 ນາງ ສຸນິສາ ສຸວັນນະຈູມຄຳ ແລະ ວິຊາຟີຊິກສາດ ຄະແນນ 9,5 ນາງ ວິມັດສາ ດວງພະຈັນ ທັງສອງຈາກ ມ ຕົ້ນ ວິຣະຖາວອນ ສ່ວນຊັ້ນມັດທະຍົມປາຍ ຄັດໄດ້ຕົວແທນນັກຮຽນເກ່ງ ຈຳນວນ 20 ຄົນ ຍິງ 14 ຄົນ (ສາມະເນນ 1 ອົງ) ອັນດັບ 1 ວິຊາພາສາລາວ-ວັນນະຄະດີ ຄະແນນ 7,35 ສາມະເນນ ພັດທອງ ປັນຍາວົງ ຈາກ ມ ປາຍ ສົງໂສກປ່າຫຼວງ ວິຊາຄະນິດສາດ ຄະແນນ 5,00 ນາງ ເພັນພະຈັນ ຄຳພິລາດ ວິຊາເຄມີສາດ ຄະແນນ 2,95 ນາງ ປໍຝ້າຍ ທຳມະວົງ ແລະ ວິຊາຟີຊິກສາດ ຄະແນນ 6,25 ນາງ ທິບພາພອນ ລຽງສອນ ທັງສາມຈາກ ມ ປາຍ ວິຣະຖາວອນ.

                    # ຂ່າວ & ພາບ: ອຸເປຂາ

error: Content is protected !!