ຜູ້ລົງຮັບສະໝັກເລືອກຕັ້ງ ສສຊ ເຂດ 1 ໜ່ວຍ 3 ລົງພົບປະພະນັກງານ

    ວັນທີ 18 ກຸມພາ 2021 ຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໜ່ວຍທີ 3 ຈຳນວນ 6 ທ່ານ ປະກອບມີທ່ານ ຮສປອ ລິນຄຳ ດວງສະຫວັນ ເບີ 3 ທ່ານ ຮສ ວຽງວີໄລ ທ່ຽງຈັນໄຊ ເບີ 6 ທ່ານ ສາລະພິດ ສູນວໍລະວົງ ເບີ 10 ທ່ານ ທອງສະຫວັນ ມີບຸນ ເບີ 15 ທ່ານ ນາງ ສົມປະເສີດ ສີຫາລາດ ເບີ 19 ແລະ ທ່ານ ອຸດົມ ສີລາເພັດ ເບີ 22 ໄດ້ລົງພົບປະກັບການນຳ ແລະພະນັກງານກະຊວງການຕ່າງປະເທດ ແລະ ທະນາຄານແຫ່ງສປປ ລາວ.

     ການລົງພົບປະຄັ້ງນີ້ ເພື່ອເປັນການຫາສຽງ ແລະ ປຸກລະດົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໃນສອງຂົງເຂດດັ່ງກ່າວ ຈົ່ງພ້ອມກັນໄປໃຊ້ສິດໃຊສຽງໃນວັນທີ 21 ກຸມພາ 2021 ເພື່ອເລືອກເອົາ ສສຊ ຊຸດທີ 9 ເຂດ 1 ນະຄອນຫຼວງວຽງຈັນ ໄປນັ່ງຢູ່ສະພາແຫ່ງຊາດ ເປັນຕົວແທນໃຫ້ແກ່ຕົນເອງ ແລະ ປະຊາຊົນ ແກ້ໄຂບັນຫາຕ່າງໆ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!