ລາວ-ຍີ່ປຸ່ນ ຫາລືແລກປ່ຽນຍຸດທະສາດດ້ານການທ່ອງທ່ຽວ

    ກອງປະຊຸມປຶກສາຫາລື ແລກປ່ຽນຍຸດທະສາດດ້ານການທ່ອງທ່ຽວ ລະຫວ່າງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກັບເມືອງທາຄະຢະມະ ປະເທດຍີ່ປຸ່ນ ຈັດຂຶ້ນໃນວັນທີ 18 ກຸມພາ 2021 ທີ່ໂຮງແຮມຫຼວງພະບາງວີວ ແຂວງຫຼວງພະບາງ ເປັນປະທານໂດຍທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ທ່ານ ອາກີລາ ທານາກະ ຫົວໜ້າພະແນກຍຸດທະສາດການທ່ອງທ່ຽວສາກົນ ເມືອງທາຄະຢະມະ ມີຕາງໜ້າພະແນກການ ຫົວໜ້າທຸລະກິດ ຊ່ຽວຊານ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ນາງ ສຸດາພອນ ຄົມທະວົງ ກ່າວວ່າ: ກອງປະຊຸມສາກົນທາງໄກຄັ້ງນີ້ ເປັນຂີດໝາຍອັນສຳຄັນໃນການຮ່ວມມືຂອງສອງຝ່າຍ ເພື່ອປຶກສາຫາລືແລກປ່ຽນບົດຮຽນທາງດ້ານຍຸດທະສາດການທ່ອງທ່ຽວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ສິ່ງທ້າທາຍຕ່າງໆຕໍ່ກັບການທ່ອງທ່ຽວລະຫວ່າງເມືອງທາຄະຢະມະ ແລະ ນະຄອນຫຼວງພະບາງ ເຊິ່ງປັດຈຸບັນ ທົ່ວໂລກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ເວົ້າສະເພາະ ສປປ ລາວ ກໍຄືແຂວງຫຼວງພະບາງ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ອັນໄດ້ສ້າງເງື່ອນໄຂເຮັດໃຫ້ອຸດສາຫະກຳການທ່ອງທຽວຢຸດສະຫງັກ ບໍ່ມີການເຄື່ອນໄຫວ ເນື່ອງຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ເຮັດໃຫ້ບັນດາຫົວໜ່ວຍທຸລະກິດມີການຢຸດການບໍລິການ ແລະ ປິດຕົວລົງ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການອາຊີບເຮັດທຸລະກິດການທ່ອງທ່ຽວ ລວມເຖິງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີທ່ວງທ່າຫຼຸດລົງ.

    ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ປຶກສາຫາລື ແລກປ່ຽນບົດຮຽນນຳກັນ ເພື່ອຊອກຫາທາງອອກ ແລະ ວາງທິດທາງແຜນການແກ້ໄຂໃນຕໍ່ໜ້າ ໃຫ້ສອດຄ່ອງ ແນໃສ່ຮັບປະກັນ ແລະ ສ້າງທຸກເງື່ອນໄຂເຮັດໃຫ້ວຽກງານທ່ອງທ່ຽວການພັດທະນາ ແລະ ປັບປຸງດີຂຶ້ນ ຫັນໄປຕາມທິດປ່ຽນແປງໃໝ່ ໃນໄລຍະທີ່ມີການແຜ່ລະບາດຂອງຜະຍາດໂຄວິດ 19 ແລະ ຈະກາຍເປັນມິດໝາຍອັນສໍາຄັນ ໃນການຮັດແໜ້ນຄວາມສາມັກຄີ ການຮ່ວມມືລະຫວ່າງຂະແໜງການທ່ອງທ່ຽວຂອງແຂວງຫຼວງພະບາງ ກັບເມືອງ ທາຄະຢະມະ ປະເທດຍີ່ປຸ່ນ ນັບມື້ໃຫ້ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!