ເຜີຍແຜ່ບົດລາຍງານແຜນປະຕິຮູບການລົງທຶນ ຢູ່ ສປປ ລາວ

    ກອງປະຊຸມເຜີຍແຜ່ບົດລາຍງານ ແຜນປະຕິຮູບການລົງທຶນຂອງ ສປປ ລາວ ຈັດຂຶ້ນວັນທີ 18 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ (ກຜທ) ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກຜທ ມີບັນດາຮອງລັດຖະມົນຕີ ກົມ ສູນ ຫ້ອງການ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ໃນບົດລາຍງານສະບັບໃໝ່ຂອງອົງການການເງິນສາກົນ IFC ເຊິ່ງເປັນສະມາຊິກຂອງກຸ່ມທະນາຄານໂລກ ໄດ້ໃຫ້ຮູ້ວ່າ: ການສ້າງຍຸດທະສາດການລົງທຶນແບບກວມລວມ ໄປຄຽງຄູ່ການປັບປຸງລະບຽບການແບບຕໍ່ເນື່ອງ ຈະຊ່ວຍໃຫ້ ສປປ ລາວ ດຶງດູດການລົງທຶນຈາກຕ່າງປະເທດ ຫຼື ເອີ້ນວ່າ FDI ໄດ້ຫຼາກຫຼາຍ ແລະ ມີຄຸນນະພາບຈາກຕ່າງປະເທດ ວິທີການປັບປຸງແບບຮອບດ້ານນີ້ ຈະເຮັດໃຫ້ເສດຖະກິດຂອງ ສປປ ລາວ ມີການຂະຫຍາຍຕົວ ມີການສ້າງວຽກເຮັດງານທຳຫຼາຍຂຶ້ນ ແລະ ນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ທົ່ວປວງຊົນ ເຊິ່ງຕະຫຼອດໄລຍະ 15 ປີຜ່ານມາ FDI ໄດ້ປະກອບສ່ວນຢ່າງສຳຄັນໃນການເຮັດໃຫ້ເສດຖະກິດຂອງ ສປປ ລາວ ມີການເຕີບໂຕທີ່ເຂັ້ມແຂງ ເຖິງຢ່າງໃດກໍຕາມ ບົດລາຍງານຊີ້ໃຫ້ເຫັນວ່າ ການລົງທຶນເກືອບທັງໝົດ ເນັ້ນໃສ່ແຕ່ຂະແໜງຊັບພະຍາກອນທຳມະຊາດ ເຊິ່ງສ້າງວຽກເຮັດງານແບບຈຳກັດ ແລະ ບໍ່ສາມາດຂຸດຄົ້ນທ່າແຮງຂອງ FDI ໄດ້ຢ່າງເຕັມສ່ວນ ສ່ວນຂະແໜງການອື່ນໆແມ່ນມີບໍລິມາດການລົງທຶນຕໍ່າ ຄວາມຈິງແລ້ວ ຂະແໜງການເຫຼົ່ານັ້ນມີທ່າແຮງສູງໃນການສ້າງວຽກເຮັດງານທຳ.

    ທ່ານ ສອນໄຊ ສີພັນດອນ ກ່າວວ່າ: “ພວກຂ້າພະເຈົ້າຍິນດີກັບບົດລາຍງານຂອງ IFC ສະບັບໃໝ່ນີ້ ເຊິ່ງສະໜອງຂໍ້ມູນການວິໄຈແບບເລິກເຊິ່ງ ກ່ຽວກັບສະພາບການລົງທຶນຂອງພາກເອກະຊົນຢູ່ ສປປ ລາວ ໄດ້ທັນກັບສະພາບການ ບົດລາຍງານດັ່ງກ່າວ ຈະເປັນແນວທາງໃຫ້ແກ່ຜູ້ວາງນະໂຍບາຍໃນການກຳນົດທີ່ຕັ້ງເສດຖະກິດຂອງປະເທດໃນປັດຈຸບັນ ແລະ ອະນາຄົດ ພາຍໃຕ້ສະພາບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແຜນປະຕິບັດງານການປັບປຸງທີ່ສະເໜີໃນບົດລາຍງານສະບັບນີ້ ຍັງເປັນຄຳແນະນຳກ່ຽວກັບການປັບປຸງທີ່ເປັນບຸລິມະສິດຂອງລັດຖະບານ ເພື່ອຄວ້າໂອກາດນຳເອົາທຶນແບບ FDI ເຂົ້າມາເພື່ອສ້າງຄວາມຫຼາກຫຼາຍດ້ານເສດຖະກິດ ແລະ ສົ່ງເສີມສະມັດຕະພາບ ແລະ ປະສິດທິພາບ” ນອກຈາກນັ້ນ ບົດລາຍງານຍັງສະເໜີໃຫ້ຫັນປ່ຽນ FDI ທີ່ເປັນຍຸດທະສາດ ຈາກການລົງທຶນທີ່ເນັ້ນໃສ່ຊັບພະຍາກອນທຳມະຊາດ ໄປສູ່ການລົງທຶນທີ່ເນັ້ນປະສິດທິພາບ ເພື່ອຊ່ວຍໃຫ້ເສດຖະກິດກ້າວເຂົ້າສູ່ອຸດສາຫະກຳທີ່ນຳໃຊ້ຄວາມຮູ້ເປັນຕົ້ນຕໍ ແລະ ຫຼຸດຜ່ອນສິ່ງກີດຂວາງທີ່ບໍ່ຈຳເປັນຕໍ່ການເຂົ້າມາ ແລະ ການສ້າງຕັ້ງຂອງ FDI ໂດຍປັບປຸງນະໂບບາຍສົ່ງເສີມດ້ານການລົງທຶນ ແລະ ນຳໃຊ້ກົນໄກການແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກຂອງນັກລົງທຶນ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!