ເຜີຍແຜ່ນິຕິກຳທີ່ສຳຄັນຂອງຂັ້ນເທິງ ທີ່ກ່ຽວຂ້ອງກັບບັ້ນເລືອກຕັ້ງ

    ກອງປະຊຸມສຳມະນາວິທະຍາສາດ ແລະ ຖາມ-ຕອບ ຄວາມຮູ້ກ່ຽວກັບເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ຈັດຂຶ້ນວັນທີ 17 ກຸມພາ 2021 ຢູ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ຮ່ວມເປັນປະທານມີທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນ ນວ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ມີສາມອົງການຈັດຕັ້ງມະຫາຊົນ ນວ ບັນດາຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

     ໃນກອງປະຊຸມ ທ່ານປະທານທັງສາມທ່ານ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານສຳຄັນ ໃນນີ້ ມີມະຕິເລກທີ 118 ວ່າດ້ວຍເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ແລະ ເອກະສານການເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II.

    ການເຜີຍແຜ່ນິຕິກຳທີ່ສຳຄັນຂອງຂັ້ນເທິງທີ່ກ່ຽວຂ້ອງກັບບັ້ນເລືອກຕັ້ງໃນຄັ້ງນີ້  ມີຈຸດປະສົງເພື່ອໃຫ້ຊາວໜຸ່ມ-ໄວໜຸ່ມ ກໍຄືພໍ່ແມ່ປະຊາຊົນທຸກຊັ້ນຄົນທົ່ວນະຄອນຫຼວງວຽງຈັນ ຜູ້ທີ່ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄວາມໝາຍ ແລະ ຄວາມສຳຄັນຂອງວັນດັ່ງກ່າວນີ້ ແລະ ພ້ອມຈິດພ້ອມໃຈກັນໄປໃຊ້ສິດປະຊາທິປະໄຕຂອງຕົນ ຕາມລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ກຳນົດໄວ້ ທັງນີ້ກໍເພື່ອເປັນການຮັບປະກັນ 3 ຄາດໝາຍໃຫຍ່ທີ່ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ກຳນົດເອົາໄວ້.

​                              # ຂ່າວ & ພາບ: ຊິລິການດາ

error: Content is protected !!