ຜູ້ຮັບສະໜັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນນະຄອນຫຼວງວຽງຈັນ (ສສ.ນວ) ຊຸດທີ II ເຂດເລືອກຕັ້ງເມືອງຈັນທະບູລີ ສືບຕໍ່ລົງໂຄສະນາຫາສຽງຕາມກຸ່ມບ້ານຕ່າງໆ ໃນວັນທີ 18 ກຸມພາ 2021 ຜູ້ຮັບສະໜັບເລືອກຕັ້ງທັງ 6 ທ່ານ ໂດຍນຳທ່ານ ນະຄອນເສນ ສີຫາລາດ (ນ້ຳເບີ 1) ໄດ້ລົງໂຄສະນາຫາສຽງຢູ່ກຸ່ມ 5 ໜອງທາ ທີ່ວັດຫ້ວຍຫົງ ແລະ ວັດໜອງທາເໜືອ ມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວນີ້ ບັນດາຜູ້ຮັບສະໝັກເລືອກຕັ້ງແຕ່ລະທ່ານໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ປະຫວັດຄວາມເປັນມາ ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ ເມືອງຈັນທະບູລີ ມີພົນລະເມືອງທັງໝົດ 64.025 ຄົນ ຍິງ 33.096 ຄົນ ຜູ້ມີສິດບ່ອນບັດເລືອກຕັ້ງຕົວຈິງອາຍຸ 18 ປີຂຶ້ນໄປ ມີຈຳນວນ 46.169 ຄົນ ຍິງ 24.727 ຄົນ ມີໜ່ວຍເລືອກຕັ້ງທັງໝົດ 57 ໜ່ວຍ.
# ຂ່າວ & ພາບ: ຊິລິການດາ