ຄົ້ນຄວ້າການພັດທະນາຕົວເມືອງສີຂຽວຢູ່ ນວ-ນະຄອນປາກເຊ

    ກອງປະຊຸມຄະນະຊີ້ນຳລວມ ໂຄງການສ້າງຄວາມສາມາດ ຄຸ້ມຄອງນ້ຳເປື້ອນ ແລະ ຂີ້ເຫຍື້ອ ສໍາລັບການປັບປຸງສິ່ງແວດລ້ອມຕົວເມືອງ ຢູ່ນະຄອນຫຼວງວຽງຈັນ (ນວ) ແລະ ນະຄອນປາກເຊ ແຂວງຈຳປາສັກ ຈັດຂຶ້ນວັນທີ 18 ກຸມພາ 2021 ຢູ່ໂຮງແຮມຄຣາວພລາຊາ ໂດຍເປັນປະທານຂອງທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ເນື້ອໃນ ຄວາມໝາຍຄວາມສໍາຄັນຂອງໂຄງການ ການລາຍງານຂັ້ນຕອນການດຳເນີນການຈັດຕັ້ງປະຕິບັດວຽກໂຄງການ ເປັນຕົ້ນ ສະພາບລວມ ແລະ ຄວາມເປັນມາໂຄງການ ໂຄງຮ່າງ ພາລະບົດບາດ ແລະ ຄວາມຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖີ່ນ ການຈັດຕັ້ງປະຕິບັດແຕ່ລະກິດຈະກຳ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການປີ 2019-2020 ແລະ ແຜນວຽກໂຄງການປະຈຳປີ 2021 ວຽກງານການຕິດຕາມ-ປະເມີນຜົນໂຄງການ ພ້ອມນີ້ ກອງປະຊຸມຍັງໄດ້ມີການປະກອບຄຳຄິດເຫັນ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໂຄງການ ໄດ້ສຸມສະຕິປັນຍາ ຄົ້ນຄວ້າໃສ່ເນື້ອໃນແຜນວຽກຂອງໂຄງການ ເພື່ອແນໃສ່ເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດສຳເລັດໄປຕາມແຜນການທີ່ວາງໄວ້.

​                              # ຂ່າວ & ພາບ: ລັດເວລາ

error: Content is protected !!