ເສີມຂະຫຍາຍມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ

    ວັນທີ 18 ກຸມພາ 2021 ສະຫະພັນກຳມະບານກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ ( 01/2/1956-1/2/2021 ) ແລະ ເຜີຍແຜ່ຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ກະຊວງດັ່ງກ່າວ ໃຫ້ກຽດປາຖະກະຖາຂອງທ່ານ ວິໄລ ວົງຂະເສີມ ຄະນະພັກ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ພູວົງ ຝາກເຟືອງໃຈ ຫົວໜ້າກົມຂະບວນການ-ຍ້ອງຍໍ ສູນກາງສະຫະພັນກຳມະບານລາວ ມີທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ປທສ ພ້ອມດ້ວຍປະທານສະຫະພັນກຳມະບານກະຊວງ ປທສ ພ້ອມຄະນະ ຄະນະພັກບັນດາກົມທຽບເທົ່າ ຄະນະພັກຮາກຖານບັນດາບໍລິສັດ ແລະ ສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

    ການປາຖະກະຖາຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ ໃຫ້ເປັນຂະບວນຟົດຟື້ນ ທັງເປັນການໂຄສະນາ ສຶກສາອົບຮົມ ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວໃນຕະຫຼອດໄລຍະ 65 ປີ ເພື່ອເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານທີ່ມີຜົນງານໃນການປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ພ້ອມດຽວກັນນີ້ ຍັງໄດ້ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານ ສະບັບປັບປຸງ ໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ແລະ ເພື່ອກະກຽມຂຶ້ນແຜນນໍາໄປຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວໃນຮາກຖານ ໜ່ວຍຕ່າງໆໃຫ້ເປັນຂະບວນຟົດຟື້ນ ແລະ ມີປະສິດທິຜົນສູງ.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!