ຜູ້ສະໝັກເລືອກຕັ້ງ ສສຊ ຊຸດທີ IX ເຂດ 1 ນວ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງ

    ຄະນະຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາໂດຍທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ (ເບີ 2) ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກພາຍໃນ ນວ (ເບີ 8) ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຄະນະບໍລິຫານງານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ (ເບີ 11) ທ່ານນາງ ວິໄຊ ສຣິດທິຣາດ ຮອງປະທານກວດສອບປະຈໍາພາກກາງ (ເບີ 13) ທ່ານ ຈັນທະລາ ອຸດົມສຸກ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຄວາມສະຫງົບ ສະພາປະຊາຊົນ ນວ (ເບີ 14) ທ່ານ ອິກ ເພັງສະໝຸດ ຮອງປະທານສະພາປະຊາຊົນ ນວ (ເບີ 20) ໃຫ້ການຕ້ອນຮັບຂອງທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະນໍາ ພະນັກງານ ລັດຖະກອນ ພະນັກງານອາວຸໂສບໍານານ ຄູ-ອາຈານສະຖາບັນ ເຂົ້າຮ່ວມ.

    ໂອກາດນີ້ ຜູ້ສະໝັກຮັບເລືອກຕັ້ງໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ປະຫວັດຄວາມເປັນມາ ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ ເພື່ອໃຫ້ຜູ້ມີສິດປ່ອນບັດເຂົ້າໃຈ ແລະ ນຳໃຊ້ສິດຂອງຕົນເລືອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ມີເງື່ອນໄຂຄົບຖ້ວນຢ່າງແທ້ຈິງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ນຳເອົາຄວາມຂັດຂ້ອງຂອງປະຊາຊົນໄປສະເໜີຕໍ່ສະພາແຫ່ງຊາດ ເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາແກ້ໄຂຢ່າງຖືກຕ້ອງ ແລະ ສອດຄ່ອງ ພ້ອມນີ້ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງທົ່ວສະຖາບັນດັ່ງກ່າວ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນວັນທີ 21 ກຸມພາ 2021 ຢ່າງຫຼວງຫຼາຍ ເພື່ອແນໃສ່ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

    ຂະນະທີ່ ທ່ານ ພູວົງ ອຸ່ນຄໍາແສນ ກ່າວວ່າ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີ 12 ກົມ ຫຼືທຽບເທົ່າ 38 ພະແນກ ຫຼື ທຽບເທົ່າ ທີ່ຂຶ້ນກັບກົງຈັກການຈັດຕັ້ງຂອງຕົນ ມີພະນັກງານທັງໝົດ 237 ຄົນ ຍິງ 104 ຄົນ ນັກສຶກສາທີ່ກໍາລັງສຶກສາຢູ່ສະຖາບັນແຫ່ງນີ້ ມີທັງໝົດ 732 ຄົນ ຍິງ 178 ຄົນ ລະບົບຮຽນຕ່າງໆ ປະກອບມີ: ປະລິນຍາໂທ ອະນຸປະລິນຍາ ຊັ້ນສູງເລັ່ງລັດ 5 ເດືອນ ບໍາລຸງໄລຍະສັ້ນ ບໍາລຸງຕາມຫົວຂໍ້ສະເພາະ ທີ່ກົມການເມືອງສູນກາງພັກ ກໍຄືຄະນະເລຂາທິການສູນກາງພັກມອບໃຫ້.

    ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະມາຊິກສະພານະຄອນຫຼວງວຽງຈັນຄັ້ງນີ້ ເຂດບ້ານທ່າງ່ອນໄດ້ແບ່ງອອກເປັນ 3 ໜ່ວຍເລືອກຕັ້ງ ຜູ້ມີສິດລົງຄະແນນ ມີທັງໝົດ 1.967 ຄົນ (ໜ່ວຍວັດກາງ ມີ 672 ຄົນ ໜ່ວຍວັດປ່າທ່າງອນ ມີ 673 ຄົນ ແລະ ໜ່ວຍສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີ 622 ຄົນ).

​                              # ຂ່າວ & ພາບ: ສີພອນ

error: Content is protected !!