ສສຊ ເຂດເລືອກຕັ້ງທີ 1 ຂຸ້ນຂ້ຽວລົງໂຄສະນາຫາສຽງໃຫ້ສຳເລັດກ່ອນມື້ເລືອກຕັ້ງ

    ເພື່ອສືບຕໍ່ປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ສະພາແຫ່ງຊາດ ຂອງຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງສະມາຊິກສະພາແຫງຊາດ (ສສຊ) ຊຸດທີ IX ວັນທີ 18 ກຸມພາ 2021 ທີ່ຫໍວັດທະນະທຳແຫ່ງຊາດ ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນຳໂດຍທ່ານ ປອ ເກດແກ້ວ ສີຫາລາດ ເປັນກຽດຕ້ອນຮັບຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຫົວໜ້າກົມ ຮອງກົມ ພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

    ສຳລັບຄະຜູ້ແທນທີ່ລົງຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງຈຸດນີ້ ມີ 6 ທ່ານ ຄື ທ່ານ ເກດແກ້ວ ສີຫາລາດ ຮອງປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ສະພາຫ່ງຊາດ ນໍ້າເບີ 5 ທ່ານ ໄຊຄຳ ອຸ່ນມີໄຊ ກຳມະການພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດຖະບານ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ນໍ້າເບີ 7 ທ່ານນາງ ສົມພຽນ ວົງໄຊ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດປ້ອງກັນຄວາມສະຫງົບ ສະພາປະຊາຊົນ ນວ ນໍ້າເບີ 16 ທ່ານ ປອ ແອງພອນ ແພງສຸລິນ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ນໍ້າເບີ 17 ແລະ ທ່ານນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ນໍ້າເບີ 23.

    ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ ບັນດາຄະນະຜູ້ແທນກໍໄດ້ຜັດປ່ຽນກັນແນະນຳໂຕ ສະເໜີປະຫວັດຫຍໍ້ ແລະ ການເຄື່ອນໄຫວວຽກງານຂອງຕົນໃຫ້ຜູ້ເຂົ້າຮ່ວມຮັບຊາບ ເຊິ່ງບັນດາຄະນະຜູ້ແທນເຫຼົ່ານີ້ ລ້ວນແຕ່ເປັນບຸກຄົນທີ່ມີຄວາມຮູ້ ຄວາມສາມາດຄົບຕາມມາດຖານເງື່ອນໄຂທີ່ຈະເປັນ ສສຊ ສະນັ້ນ ຜູ້ມີສິດເລືອກຕັ້ງຈົ່ງມາໃຊ້ສິດຂອງຕົນເຂົ້າໃນການປ່ອນບັດຄັດເລືອດເອົາຜູ້ທີ່ຕົນມັກ ແລະ ໄວ້ວາງໃຈທີ່ຈະເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ໃນວັນທີ 21 ກຸມພາທີ່ຈະມາເຖິງນີ້.

​                              # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!