ການນໍາສະເໜີວີດີໂອ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະ ວີດີໂອເຝິກອົບຮົມການສະໝັກງານ ແລະ ການໃຫ້ຄຳປຶກສາແກ່ແມ່ຍິງ ຈັດຂຶ້ນວັນທີ 17 ກຸມພາ 2021 ທີ່ໂຮງແຮມຄາວພາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອບ) ທ່ານ Jens Luetkenherm ເອກອັກຄະລັດຖະທູດເຢຍລະມັນປະຈໍາລາວ ພ້ອມດ້ວຍຄູ້ຮ່ວມມື ແລະ ພາກທຸລະກິດ.

ໃນໂອກາດດັ່ງກ່າວ ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ການສ້າງໂຄງການ Mentorship ນີ້ຂຶ້ນ ເພື່ອໃຫ້ຄໍາປຶກສາທາງອອນລາຍໃຫ້ຜູ້ທີ່ເລີ່ມຕົ້ນໃນການເຮັດທຸລະກິດ ໄດ້ຮັບຄໍາປຶກສາ ຫຼື ຄໍາແນະນໍາຈາກຜູ້ມີປະສົບການທີ່ດີ ທີ່ເຄີຍດໍາເນີນທຸລະກິດປະສົບຜົນສໍາເລັດມາກ່ອນ ຈຶ່ງກາຍເປັນໂອກາດ ແລະ ຫຼຸດຄວາມສ່ຽງ ເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ຜູ້ຍິງທີ່ກ້າເຂົ້າມາດໍາເນີນທຸລະກິດ ການດໍາເນີນທຸລະກິດໃນປັດຈຸບັນມີການແຂ່ງຂັນຫຼາຍ ສະນັ້ນ ຈຶ່ງມີຄວາມຕ້ອງການສູງ ໃນການເຂົ້າຫາແຫຼ່ງທຶນ ຕະຫຼາດ ແລະ ຄວາມຮູ້ຄວາມສາາດ ຄວາມຮັກໃນອາຊີບ ຄວາມກ້າ ແລະ ກຽມພ້ອມທີ່ຈະຕໍ່ສູ້ທຸກອຸປະສັກໃຫ້ໄດ້ ສ່ວນຜູ້ທີ່ຈະມາໃຫ້ຄຳແນະນຳຕ້ອງມີປະສົບການທີ່ດີ ແລະ ປະສົບຜົນສຳເລັດມາແລ້ວ ຈຶ່ງສາມາດໃຫ້ຄຳແນະທີ່ດີຕໍ່ຜູ້ທີ່ຈະຮັບຄຳແນະນຳ ກໍຄືຜູ້ທີ່ຈະເລີ່ມເຮັດທຸລະກິດ ໂຄງການດັ່ງກ່າວໄດ້ມີປະໂຫຍດ ແລະ ຈຳເປັນທີ່ສຸດສຳລັບແມ່ຍິງທີ່ຈະເລີ່ມຕົ້ນດຳເນີນທຸລະກິດໃນປັດຈຸບັນ ແລະ ຈະເປັນກົນໄກໃນການສະໜັບສະໜູນທົ່ວປະເທດ ເຊິ່ງເປັນການໃຫ້ຄວາມຮູ້ ແຕ່ບໍ່ແມ່ນໃຫ້ເງິນທຶນສະໜັບສະໜູນ ໂດຍພື້ນຖານແລ້ວ ແມ່ນເລີ່ມຕົ້ນລະຫວ່າງສອງບຸກຄົນ ຄື ຜູ້ໃຫ້ຄຳປຶກສາ ຄຳແນະນຳ ແລະ ຜູ້ຮັບຄຳແນະນຳ.

ໃນວິດີໂອ ຍັງມີພາກທີ່ສອນໃຫ້ນັກຮຽນນັກສຶກສາຈົບໃໝ່ ຮູ້ຈັກວິທີການຊອກວຽກ ວິທີຂຽນປະຫວັດ ເພື່ອໃຫ້ເຂົາເຈົ້າມີຄວາມສາມາດເອົາໂຕລອດ ເຊິ່ງໄດ້ນໍາໃຊ້ອອນລາຍແຟລດຟອມໂດຍນໍາໃຊ້ຊ່ອງ ຢູທູບ ແຊນແນວ ໃນວີດີໂອຫຼັກໆ ແມ່ນເພື່ອໃຫ້ຜູ້ຮັບຊົມໄດ້ຮູ້ຈັກ 5 ຫົວຂໍ້ຄື: ການວາງແຜນທຸລະກິດ ຄວາມຮູ້ດ້ານການເງິນ ການຕະຫຼາດ ນະວັດຕະກໍາ ແລະ ຮຽນຮູ້ຫົວຂໍ້ ຟູສເຊັບຕີ້ຄວາມປອດໄພໃນການປຸງແຕ່ງອາຫານ ປັດຈຸບັນ ວີດີໂອດັ່ງກ່າວໄດ້ອັບຂຶ້ນເທິງຢູທູບແຊນແນວແລ້ວ ແລະ ຈະທະຍອຍປ່ອຍແຕ່ລະຫົວຂໍ້ຍ່ອຍອອກໄປເພື່ອໃຫ້ສັງຄົມໄດ້ຕິດຕາມ ສະນັ້ນ ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າຊົມໄດ້ທີ່ ECCIL EuroCham Laos ໂຄງການດັ່ງກ່າວ ສ້າງຂຶ້ນໂດຍສະມາຄົມນັກທຸລະກິດຍິງ ຮ່ວມກັບສະພາການຄ້າເອີຣົບປະຈໍາລາວ ແລະ ສະພາການຄ້າອົດສະຕຣາຣີ ໄດ້ຮັບການສະໜັບສະໜູນຈາກສະຖານທູດເຢຍລະມັນປະຈຳລາວ ເພື່ອໃຫ້ຄໍາແນະນໍາໃນການດໍາເນີນທຸລະກິດຂຶ້ນ ເພື່ອສ້າງນັກທຸລະກິດໜຸ່ມນ້ອຍໃຫ້ກ້າອອກມາສ້າງທຸລະກິດຂອງຕົນຂຶ້ນປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ