ວັນທີ 18ກຸ ມພາ 2021 ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພານະຄອນຫຼວງວຽງຈັນ (ນວ) ຊຸດທີ II ເຂດເມືອງປາກງື່ມ ໄດ້ລົງພົບປະຫາສຽງກັບຜູ້ມີສິດເລືອກຕັ້ງ ພາກເຊົ້າຢູ່ບ້ານດອນສ້າງໄຜ່ ແລະ ບ້ານໜອງແຄນ ພາກບ່າຍ ຢູ່ບ້ານສ້າງໃສ ແລະ ບ້ານໜອງບົວທອງ ເມືອງປາກງື່ມ ນວ.
ສຳລັບຜູ້ສະໜັກເລືອກຕັ້ງເຂດເມືອງປາກງື່ມ ປະກອບມີ 5 ທ່ານ ເລືອກເອົາ 3 ທ່ານ ປະກອບມີທ່ານ ຂັນທີ ສີວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງປາກງື່ມ (ນໍ້າເບີ 1) ທ່ານຄຳພາວ ໂພຂາວ ຮອງຫົວໜ້າຫ້ອງວ່າການ ນວ ຫົວໜ້າສະຖາບັນຄົ້ນຄວ້າ ພັດທະນາເສດຖະກິດ-ສັງຄົມ ນວ (ນໍ້າເບີ 2) ທ່ານ ບຸນທະວີ ສີແສນດີ ກຳມະການໜ່ວຍພັກຮາກຖານຮອງຫົວໜ້າອົງການໄອຍະການປະຊາຊົນ ນວ (ນໍ້າເບີ 3) ທ່ານ ສໍສຸທິພະພອນ ສີສຸວັນ ຫົວໜ້າໜ່ວຍງານປ່າໄມ້ ຫ້ອງການກະສິກຳແລະ ປ່າໄມ້ເມືອງປາກງື່ມ (ນໍ້າເບີ 4) ແລະ ທ່ານ ຄຳຄູນ ຄູນທະວົງ ປະທານບໍລິສັດຄູນທະວົງລາວກໍ່ສ້າງຄົບວົງຈອນຈຳກັດ ຜູ້ບໍລິຫານບໍລິສັດຈັນສີ ບໍລິການຂົນສົ່ງ ຄະນະບໍລິຫານງານບໍລິສັດ BCL Logistic ຈຳກັດ ເຈົ້າຂອງສວນກະສິກຳບ້ານນາສ້ຽວ ເລຂາຊາວໜຸ່ມສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຮອງປະທານສະຫະພັນກີລາຍົກນໍ້າໜັກແຫ່ງຊາດລາວ ຮອງປະທານສະມາຄົມທຸລະກິດຊາວຊຽງຂວາງ ສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ການລົງພົບປະກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ແຕ່ລະໜ່ວຍເລືອກຕັ້ງຄັ້ງນີ້ ຜູ້ສະໜັກເລືອກຕັ້ງໄດ້ຜັດປ່ຽນກັນຂຶ້ນສະເໜີແນະນຳໂຕປະຫວັດການເຄື່ອນໄຫວ ແລະ ວິໄສທັດ ເພື່ອໃຫ້ຜູ້ມີສິດປ່ອນບັດຮັບຮູ້ເຂົ້າໃຈ ພ້ອມກັນເລືອກເອົາຜູ້ມີຄວາມຮູ້ ຄວາມສາມາດ ມີເງື່ອນໄຂຄົບຖ້ວນ ເພື່ອມາເປັນຕົວແທນໃຫ້ແຕ່ຕົນເອງ ກໍຄືປະຊາຊົນ ໄປນັ່ງຢູ່ສະພາ ນວ ພ້ອມນີ້ ຜູ້ຮັບສະໝັກເລືອກຕັ້ງ ຍັງຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດຈົ່ງພ້ອມກັນໄປໃຊ້ສິດຢ່າງເຕັມສ່ວນ ໄປປ່ອນບັດໃນວັນອາທິດທີ 21 ກຸມພາ 2021.
# ຂ່າວ & ພາບ: ສົມສະຫວັນ