ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມຄະນະຊີ້ນໍາ ແລະ ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ຂັ້ນສູນກາງ ຂຶ້ນວັນທີ 17-18 ກຸມພາ 2021 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ມີບັນດາຮອງຫົວໜ້າກົມຈາກກົມຕໍາຫຼວດສິ່ງແວດລ້ອມ ກົມຕໍາຫຼວດສາກົນ ກົມພາສີ ກົມກວດກາການດໍາເນີນຄະດີອາຍາ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານ ການປະສານງານເຄືອຂ່າຍການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ໃນໄລຍະຜ່ານມາ ດ້ານວຽກງານພົ້ນເດັ່ນ ບັນຫາຄົງຄ້າງຜ່ານມາ ທິດທາງວິທີແກ້ໄຂ ວຽກຈຸດສຸມ ແລະ ຂໍ້ສະເໜີຕ່າງໆຂອງບັນດາອົງການສືບສວບ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ພາສີ ການປະກອບຄໍາເຫັນຈາກຫຼາຍພວກສ່ວນທີ່ກ່ຽວຂ້ອງ ພາກສ່ວນຄຸ້ມຄອງປ່າໄມ້ ການມີສ່ວນຮ່ວມຂອງບັນດາກົມປະສານງານ ລວມທັງວຽກງານຂອງກອງກວດກາປ່າໄມ້ ແຂວງມີສ່ວນຮ່ວມ ໃນການເສື່ອມສານວຽກງານ ກັບເຄືອຂ່າຍການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ຂັ້ນແຂວງ ໄດ້ຮັບຟັງການນໍາສະເໜີຈາກບັນດາຊ່ຽວຊານອົງການຈັດຕັ້ງສາກົນ ທະນາຄານໂລກ ອົງການ ແລະ ໂຄງການທີ່ກ່ຽວຂ້ອງ ກ່ຽວກັບການປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການກະທໍາຜິດຕໍ່ຊັບພະຍາກອນປ່າໄມ້ ສັດນໍ້າ ແລະ ສັດປ່າ ໃນ ສປປ ລາວ.

ໂອກາດດັ່ງກ່າວ ທ່ານ ຄໍາຜຸຍ ເທບວົງສາ ຫົວໜ້າພະແນກກວດກາສັດນໍ້າ-ສັດປ່າ ໄດ້ຂຶ້ນນໍາສະເໜີຜົນຂອງການຈັດຕັ້ງປະຕິບັດວຽກງານການປະສານງານເຄືອຂ່າຍການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ແລະ ບາງຂໍ້ມູນຜົນງານສະຫຼຸບໃນປີ 2020 ໃຫ້ຮູ້ວ່າ: ດ້ານວຽກງານກວດກາສັດນໍ້າ-ສັັດປ່າ ສາມາດກັກຢຶດສັດນໍ້າ-ສັດປ່າ ແລະ ຊິ້ນສ່ວນສັດປ່າໄດ້ທັງໝົດ 32 ຊະນິດ ນໍ້າໜັກ 523,9 ກິໂລກຣາມ ໃນນັ້ນ ສັດປ່າປະເພດຫວງຫ້າມມີ 10 ຊະນິດ ໜັກ 63 ກິໂລກຣາມ ສັດປ່າປະເພດຄຸ້ມຄອງ 16 ຊະນິດ ນໍ້າໜັກ 366,3 ກິໂລກຣາມ ແລະ ສັດປ່າປະເພດທົ່ວໄປ 94,6 ກິໂລກຣາມ.

# ຂ່າວ & ພາບ: ວຽງມາ