ຜູ້ສະໝັກເລືອກຕັ້ງ ສສຊ ລົງພົບປະຜູ້ມີສິດເລືອກຕັ້ງກຸ່ມນາຊາຍທອງ

    ວັນທີ 17 ກຸມພາ 2021 ຄະນະຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໜ່ວຍທີ 2 ໄດ້ລົງເຄື່ອນໄຫວຫາສຽງຢູ່ກຸ່ມນາຊາຍທອງ (ນາຊາຍທອງເໜືອ ນາຊາຍທອງກາງ ນາຊາຍທອງໃຕ້ ດົງຫຼວງ ແລະ ປາກແຮດ) ທີ່ວັດບ້ານດົງຫຼວງ ເມືອງນາຊາຍທອງ ນວ ນຳໂດຍທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ປະທານສະພາປະຊາຊົນ ນວ (ເບີ 2) ທ່ານ ບຸນທາມ ພຸດທະວົງສາ ກໍາມະການພັກ ນວ ຫົວໜ້າພະແນກພາຍໃນ ນວ (ເບີ 8) ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຄະນະບໍລິຫານງານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ (ເບີ 11) ທ່ານນາງ ວິໄຊ ສຣິດທິຣາດ ຮອງປະທານກວດສອບປະຈໍາພາກກາງ (ເບີ 13) ທ່ານ ຈັນທະລາ ອຸດົມສຸກ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຄວາມສະຫງົບ ສະພາປະຊາຊົນ ນວ (ເບີ 14) ທ່ານ ອິກ ເພັງສະໝຸດ ຮອງປະທານສະພາປະຊາຊົນ ນວ (ເບີ 20) ໃຫ້ຕ້ອນຮັບຂອງທ່ານ ສີວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ພ້ອມດ້ວຍຄະນະ ພະນັກງານວິຊາການ ອົງການປົກຄອງບ້ານ ນັກຮຽນ ແລະ ປະຊາຊົນ 5 ບ້ານເຂົ້າຮ່ວມ.

    ໂອກາດນີ້ ຜູ້ສະໝັກຮັບເລືອກຕັ້ງໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ປະຫວັດຄວາມເປັນມາ ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ ເພື່ອໃຫ້ຜູ້ມີສິດປ່ອນບັດ ເຂົ້າໃຈ ແລະ ນຳໃຊ້ຕິດຂອງຕົນເລືອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ມີເງື່ອນໄຂຄົບຖ້ວນຢ່າງແທ້ຈິງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ນຳເອົາຄວາມຂັດຂ້ອງຂອງປະຊາຊົນ ໄປສະເໜີຕໍ່ສະພາແຫ່ງຊາດ  ເພື່ອສະເໜີໃຫ້ຂັ້ນເທິງພິຈາລະນາແກ້ໄຂຢ່າງຖືກຕ້ອງ ແລະ ສອດຄ່ອງ ພ້ອມນີ້ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຍັງໄດ້ຮຽກຮ້ອງມາຍັງປະຊາຊົນ ບັນດາເຜົ່າ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງທົ່ວເມືອງນາຊາຍທອງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນວັນທີ 21 ກຸມພາ 2021 ຢ່າງຫຼວງຫຼາຍ ເພື່ອແນໃສ່ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!