ກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງທົ່ວປະເທດ ປະຈຳປີ 2020 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17-18 ກຸມພາ 2021 ຢູ່ສູນການຄ້າສະຫວັນ-ໄອເຕັກ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ມີບັນດາຜູ້ອຳນວຍການໂຮງຮຽນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້ ທ່ານ ພຸດ ສິມມາລາວົງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນວ່າ: ຜ່ານມາ ກະຊວງ ສສກ ໄດ້ຕີລາຄາສູງຕໍ່ສະພາບການພັດທະນາວຽກງານການສຶກສາຊັ້ນສູງ ທີ່ມີການຫັນປ່ຽນດີຂຶ້ນ ໄດ້ເອົາໃຈໃສ່ຕິດຕາມ ກວດກາຄືນ ຄຸນນະພາບການສຶກສາທັງພາກລັດ ແລະ ເອກະຊົນ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ພ້ອມນັ້ນ ກົມການສຶກສາຊັ້ນສູງ ຍັງໄດ້ສືບຕໍ່ຜັນຂະຫຍາຍ ແລະ ປັບປຸງດຳລັດວ່າດ້ວຍການສຶກສາຊັ້ນສູງໃຫ້ເປັນກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊິ່ງໄດ້ຖືກຮັບຮອງຈາກສະພາແຫ່ງຊາດເປັນທີ່ຮຽບຮ້ອຍແລ້ວ ເພື່ອເປັນເຄື່ອງມືໃນການພັດທະນາການສຶກສາຊັ້ນສູງ ເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິຮູບການສຶກສາຊັ້ນສູງຢ່າງຈິງຈັງ ສະນັ້ນ ຕາງໜ້າໃຫ້ຄະນະນຳກະຊວງ ສສກ ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທັງພາກລັດ ແລະ ເອກະຊົນ ທີ່ໄດ້ເປັນເຈົ້າການໃຫ້ຄວາມຮ່ວມມືໃນການດຳເນີນການປະຕິຮູບການສຶກສາ ໂດຍສະເພາະແມ່ນການປະຕິຮູບການສຶກສາຊັ້ນສູງ ໄດ້ມີຜົນສຳເລັດໃນເບື້ອງຕົ້ນໃນລະດັບທີ່ແນ່ນອນ.

ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ຫາກເບິ່ງລົງເລິກ ຈະເຫັນວ່າຍັງພົບຫຼາຍບັນຫາທີ່ເປັນສິ່ງທ້າທາຍໃນການພັດທະນາການສຶກສາຊັ້ນສູງ ກໍຄືການປະຕິຮູບການສຶກສາຊັ້ນສູງໃຫ້ໄປຕາມທິດ ເຊິ່ງຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາຢ່າງຕັ້ງໜ້າ ແລະ ເຫັນໄດ້ເຖິງການປ່ຽນແປງໃນທິດທາງທີ່ດີຂຶ້ນກວ່າເກົ່າ ໂດຍບັນຫາຕົ້ນຕໍ ແມ່ນຜູ້ບໍລິຫານການສຶກສາຊັ້ນສູງຍັງບໍ່ທັນກຳແໜ້ນບັນດາຫຼັກການ ແລະ ນິຕິກຳຕ່າງໆທີ່ສົ່ງເສີມການພັດທະນາການສຶກາຊັ້ນສູງ ການສ້າງຫຼັກສູດການຮຽນການສອນຍັງມີລັກສະນະຊ້ຳຊ້ອນ ໂດຍສຸມໃສ່ປະລິມານຫຼາຍກວ່າຄຸນນະພາບ.
# ຂ່າວ & ພາບ: ສີພອນ