ເບຍລາວ ມອບ 200 ລ້ານກີບ ຕ້ານພະຍາດໂຄວິດ ໃຫ້ແຂວງຈໍາປາສັກ

    ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນ 200 ລ້ານກີບ ໃຫ້ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ເພື່ອປະກອບສ່ວນໃນການເຄື່ອນໄຫວວຽກງານປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19.

    ພິທີມອບ-ຮັບຄັ້ງນີ້ ຈັດຂຶ້ນວັນທີ 15 ກຸມພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ ມອບໂດຍທ່ານ ເຮັນລິກ ຈູນ ແອນເດີຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ຈໍາກັດ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ດຳໝີ ສິງດວງຈັນ ຜູ້ຈັດການເບຍລາວເຂດພາກໃຕ້ ໃຫ້ກຽດຮັບໂດຍທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ມີຄະນະກຳມະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ການນໍາແຂວງ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້,ທ່ານ ວິໄລວົງ ບຸດດາຄໍາ ໄດ້ລາຍງານໃຫ້ຊາບເຖິງການຈັດຕັ້ງປະຕິບັດວຽກງານການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງມາຍັງຜູ້ອໍານວຍການໃຫຍ່ ປະທານບໍລິສັດ ເບຍລາວ ຈໍາກັດ.

​  # ຂ່າວ & ພາບ: ໄຊບັນດິດ

error: Content is protected !!