ນັບຕັ້ງແຕ່ວັນທີ 9 ເປັນຕົ້ນມາ ຜູ້ຮັບສະໝັກເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງສັງທອງ ປະກອບມີທ່ານ ຄໍາສວຍ ອຸ່ນດາລາ ປະທານອົງການກວດກາພັກ-ລັດ ເມືອງສັງທອງ ທ່ານ ນາງ ໂຄຕະມິນ ພົງຍາຮັກ ຮອງປະທານສະຫະພັນແມ່ຍິງ ນວ ທ່ານ ນາງ ໄຊພອນ ແສງຈັນ ຫົວໜ້າຄະນະຈັດຕັ້ງເມືອງສັງທອງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ແລະ ທ່ານ ບຸນຮອງ ດວງມາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງສັງທອງ ໄດ້ລົງເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນທົ່ວເມືອງສັງທອງ ເຊິ່ງມີທັງໝົດ 17 ຈຸດ ກວມເອົາ 35 ບ້ານໃນທົ່ວເມືອງ.
ມາຮອດວັນທີ 17 ກຸມພາ 2021 ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນ ນວ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງສັງທອງ ໄດ້ສືບຕໍ່ເຄື່ອນໄຫວພົບປະກັບປະຊາຊົນຢູ່ສະໂມສອນຫ້ອງການປົກຄອງບ້ານແກ້ງໝໍ້ ຖືກຕ້ອນຮັບຈາກທ່ານ ວົງສະຫວັນ ດອນພູຫຼວງ ຄະນະພັກເມືອງ ຄະນະຊີ້ນໍາ ຈຸທີ 1 ບ້ານໂຄກເພີງ ເມືອງສັງທອງ ມີເລຂາພັກບ້ານ ນາຍບ້ານ ແລະ ພໍ່ແມ່ປະຊາຊົນບ້ານແກ້ງໝໍ້ ສໍາພັນນາ ນາສ້າງຫີນ ແລະ ບ້ານຫ້ວຍຄໍາເຂົ້າຮ່ວມຢ່າງພ້ອມພຽງ ນອກນັ້ນ ຕອນບ່າບວັນດຽວກັນ ຍັງໄດ້ສືບຕໍ່ເຄື່ອນໄຫວກັບພໍ່ແມ່ປະຊາຊົນ ກໍຄືຜູ້ມີສິດເລືອກຕັ້ງຢູ່ບ້ານດອນກາງໂຂງ ເມືອງສັງທອງ ເຊິ່ງເປັນຈຸດສຸດທ້າຍໃນການລົງພົບປະຫາສຽງຂອງຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນ ນວ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງສັງທອງ.
# ຂ່າວ & ພາບ: ຂັນທະວີ