ວັນທີ 16 ກຸມພາ 2021 ເວລາປະມານ 17 ໂມງ ມີອຸບັດເຫດລົດຟໍຈູນເນີ ໝາຍເລກທະບຽນ ກກ 7999 ຫຼວງພະບາງ ເສຍຫຼັກຕົກລົງເຫວຢູ່ເຂດພູ 9 ຫຼັກ ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ເຮັດໃຫ້ຜູ້ຂັບ ແລະ ຜູ້ໂດຍສານທີ່ມານຳກັນທັງໝົດ 4 ຄົນ ເປັນເພດຊາຍໄດ້ຮັບບາດເຈັບ ໃນນີ້ ບາດເຈັບເລັກໜ້ອຍ 2 ຄົນ ແລະ ສາຫັດ 2 ຄົນ ທັງ 4 ຄົນໄດ້ຖືກສົ່ງໄປຮັບການປີ່ນປົ່ວຢູ່ໂຮງໝໍທີ່ໃກ້ຄຽງ.

ສຳລັບຈຸດເກີດເຫດນັ້ນ ເປັນທາງໂຄ້ງຊັນ ເຮັດໃຫ້ລົດເບກບໍ່ຢູ່ ເກີດເສຍຫຼັກ ຕົກລົງເຫວ ເຊິ່ງເຫດການນີ້ ໂຊກດີທີ່ບໍ່ມີຄົນເສຍຊີວິດ ລວມມູນຄ່າຄວາມເສຍຫາຍໃນເບື້ອງຕົ້ນປະມານ 200 ກວ່າລ້ານກີບ.

# ຂ່າວ & ພາບ: ຊິລິການດາ