ກົມປູກຝັງ (ສູນມາດຕະຖານກະສິກຳສະອາດ) ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ຮ່ວມກັບອົງການຮ່ວມມືສາກົນໄຈກາ (JICA) ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຊີ້ນຳໂຄງການພັດທະນາກະສິກຳສະອາດ (ຄພກສ) ຄັ້ງທີ III ຂຶ້ນໃນວັນທີ 17 ກຸມພາ 2021 ທີ່ໂຮງແຮມແລນມາກ ໂດຍມີທ່ານ ທະວີສິດ ບຸນຍະສຸກ ຫົວໜ້າສູນມາດຕະຖານກະສິກຳສະອາດ ຫົວໜ້າໂຄງການ (ຄພກສ) ພ້ອມດ້ວຍທ່ານນາງ ອາກິເກະຊະບະກະ ຜູ້ຕາງໜ້າອົງການໄຈກາ (JICA) ປະຈຳ ສປປ ລາວ ມີຄະນະສ່ຽວຊານປະຈຳລາວ ຕາງໜ້າກົມ ພ້ອມດ້ວຍພະນັກງານ ກະສິກຳ ເຂົ້າຮ່ວມ.

ທ່ານ ທະວີສິດ ບຸນຍະສຸກ ໄດ້ກ່າວວ່າ: “ໂຄງການພັດທະນາກະສິກຳສະອາດ ຫຼື Clean Agriculture Development Project (CADP) ” ເປັນໂຄງການຮ່ວມມືລະຫວ່າງກົມປູກຝັງ (ສູນມາດຕະຖານກະສິກຳສະອາດ) ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການໄຈກາ (JICA) ປະຈໍາລາວ ທີ່ຮ່ວມມືດ້ານວິຊາການ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານແຫ່ງປະເທດບີ່ປຸ່ນ ໂດຍຜ່ານອົງການຮ່ວມມືສາກົນໄຈກາ(JICA) ປະຈຳ ສ ປປ ລາວ ມີໄລຍະການຈັດຕັ້ງປະຕິບັດໂຄງການ 5 ປີ ເລີ່ມແຕ່ເດຶອນ 11/2017 ເຖີງ ເດຶອນ 11/2022. ມີພື້ນທີ່ເປົ້າໝາຍຢູ່ 4 ແຂວງ ຄື: ນະຄອນຫຼວງວຽງຈັນ ແຂວງຊຽງຂວາງ ຫຼວງພະບາງ ແລະ ໄຊຍະບູລີ ເພື່ອເຮັດໃຫ້ກະສິກຳສະອາດໃນບັນດາແຂວງດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍຜ່ານການຜະລິດ ແລະ ການສະໜອງທຶນທີ່ເພີ່ມຂື້ນ.

ທ່ານຫົວໜ້າໂຄງການ (ຄພກສ) ຍັງກ່າວຕື່ມອີກວ່າ: ເປັນໂອກາດດີທີ່ ສປປ ລາວ ໄດ້ຮັບໂຄງການຊ່ວຍເຫຼືອເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກະສິກຳສະອາດ ຂອງ ສປປ ລາວ ໂດຍສະເພາະກະສິກຳອິນຊີ ແລະ ກະສິກຳ ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊູມຄະນະຊີ້ນຳປະສານງານຮ່ວມຂັ້ນສູນກາງ ຄັ້ງທີ 3 (JCC) ຂອງໂຄງການພັດທະນາກະສິກຳສະອາດໃນຄັ້ງນີ້ ຈະເປັນບາດກ້າວທີ່ສຳຄັນ ເພື່ອວ່າງແຜນກິດຈະກຳ ແລະ ວິທີການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.