ຫາລືການກະກຽມວຽກງານເລືອກຕັ້ງ ສສຊ-ສສນວ ຢູ່ເມືອງສັງທອງ

    ກອງປະຊຸມປຶກສາຫາລື ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ lX (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ ll (ສສນວ) ຈັດຂຶ້ນໃນວັນທີ 17 ກຸມພາ 2021 ທີ່ສະໂມສອນເມືອງສັງທອງ ນວ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ພ້ອມດ້ວຍຄະນະກໍາມະການຕ່າງໆຂັ້ນເມືອງ ຫົວໜ້າໜ່ວຍເລືອກຕັ້ງທົ່ວເມືອງເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການລາຍງານຜົນສໍາເລັດໃນການກະກຽມຂອງອະນຸກໍາມະການຂັ້ນເມືອງ ໂດຍສະເພາະແມ່ນ: ອະນຸກໍາມະການງົບປະມານ ອະນຸກໍາມະການໂຄສະປຸກລະດົມຂະບວນການ ແລະ ຍ້ອງຍໍ ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈາກນັ້ນ ທ່ານ ໄຊຍະບັດ ຊຸ່ມມະນີວົງ ຮອງເຈົ້າເມືອງສັງທອງ ຫົວໜ້າກອງເລຂາອະນຸກໍາມະການເລືອກຕັ້ງຂັ້ນເມືອງ ໃຫ້ຮູ້ວ່າ: ທົ່ວເມືອງສັງທອງມີພົນລະເມືອງທັງໝົດ 32.990 ຄົນ ຍິງ 16.532 ຄົນ ໃນນີ້ ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທີ່ມີອາຍຸ 18 ປີຂຶ້ນໄປ ມີທັງໝົດ 21.455 ຄົນ ຍິງ 10.407 ຄົນ ຈໍານວນໄປອອກແຮງານ ແລະ ເຮັດຢູ່ບ່ອນອື່ນ 1.745 ຄົນ ຍິງ 1.029 ຄົນ ຈໍານວນຜູ້ມີໜ້າປ່ອນບັດຕົວຈິງໃນວັນທີ 21/2/2021 ມີທັງໝົດ 19.890 ຄົນ ຍິງ 9.481 ຄົນ ໃນນີ້ ລວມທັງກໍາລັງກອງບັນຊາການທະຫານເມືອງ ກອງບັນຊາການ ປກສ ເມືອງ ກໍາລັງກອງບັນຊາການທະຫານ ທີ່ມີສາຍບັນຊາຂຶ້ນກັບກະຊວງ ແລະ ນະຄອນຫຼວງວຽງຈັນ ທີ່ຕັ້ງຂຶ້ນຢູ່ເມືອງສັງທອງ ທົ່ວເມືອງສັງທອງມີໜ່ວຍເລືອກຕັ້ງ 53 ໜ່ວຍ ສໍາເລັດການປ່ອນບັດມີ 4 ໜ່ວຍ (ໜ່ວຍ ປກຊ-ໜ່ວຍ ປກສ ແລະ ໜ່ວຍເຄື່ອນທີ່) ເຊີ່ງມາຮອດປັດຈຸບັນ ຈໍານວນຜູ້ມີສິດເລືອກຕັ້ງທີ່ມີໜ້າຕົວຈິງມີ 17.957 ຄົນ ຍິງ 9.126 ຄົນ ໃນນັ້ນ ຄົນບ່ອນອື່ນມາອອກແຮງງານ ແລະ ເຮັດວຽກຢູ່ເມືອງສັງທອງ 351 ຄົນ ຍິງ 164 ຄົນ ສໍາເລັດການເຝີກອົບຮົມກ່ຽວກັບວິທີການນໍາໃຊ້ໂປຣແກຼມເອັກເຊວ ເຂົ້າໃນການນັບຄະແນນ ເຊິ່ງມີຜູ້ເຂົ້າຮ່ວມ 253 ຄົນ ຍິງ 67 ຄົນ.

    ໂອກາດດັ່ງກ່າວ ທ່ານປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາອະນຸກໍາມະການທີ່ໄດ້ປະຕິບັດໜ້າທີ່ຊີ້ນໍາ-ນໍາພາໃນການກະກຽມໃຫ້ແກ່ບັ້ນການເລືອກຕັ້ງໃນຄັ້ງນີ້ສໍາເລັດຜົນຫຼາຍໜ້າວຽກ ພ້ອມທັງເນັ້ນໃຫ້ສືບຕໍ່ບາງຈຸດທີ່ຍັງຄົງຄ້າງ ໂດຍໃຫ້ຖືເອົາບັ້ນການເລືອກຕັ້ງຄັ້ງນີ້ເປັນປາງບຸນໃຫ່ຍ ຖືເອົາການໃຊ້ສິດໃຊ້ສຽງປ່ອນບັດເລືອກຕັ້ງໃຫ້ມີຄວາມສໍາຄັນທີ່ສຸດ ເພື່ອເລືອກເອົາຕົວແທນຂອງຕົນເຂົ້າໃນສະພາ ປ່ອນບັດໃຫ້ມີຄວາມຖືກຕ້ອງ ບໍ່ໃຫ້ມີການບັງຄັບໃນການໃຊ້ສິດ ປຸກລະດົມປະຊາຊົນເປັນເຈົ້າຕົນເອງ ເປັນເຈົ້າຂອງປະເທດຊາດ ພ້ອມນີ້ ກໍໃຫ້ຮັກສາຄວາມສະຫງົບໃຫ້ໄດ້ 100% ແລະ ເຂັ້ມງວດໃນການປ້ອງກັນໂຄວິດ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!