ວັນທີ 16 ກຸມພາ 2021 ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຈັດງານລ້ຽງວັນຊາດເພື່ອສະເຫຼີມສະຫຼອງວັນຄ້າຍວັນປະສູດຄົບຮອບ 61 ພັນສາ ເຊິ່ງກົງກັບວັນທີ 23 ກຸມພາ ຂອງສົມເດັດພະເຈົ້າຈັກກະພັດຍີ່ປຸ່ນ ນາລຸຮິໂຕະ ຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານສະມາຄົມມິດຕະພາບຍີ່ປຸ່ນ-ລາວ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ເຄນທອງ ນວນທະສິງ ຮອງປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ປະທານສະມາຄົມລັດຖະສະພາ ມິດຕະພາບ ລາວ-ຍີ່ປຸ່ນ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ບັນດາຮອງລັດຖະມົນຕີ ອະດີດປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ແຂກຖືກເຊີນທີ່ກ່ຽງຂ້ອງ.

ທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ກ່າວທົບທວນບັນດາກິດຈະກໍາສໍາຄັນຕ່າງໆທີ່ໜ້າຈົດຈໍາ ໃນປີສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດຍີ່ປຸ່ນ-ລາວ ແລະ ຄົບຮອບ 5 ປີ ຂອງສາຍພົວພັນຄູ່ຮ່ວມຍຸດທະສາດ ເຊັ່ນການມາຢ້ຽມຢາມປະເທດລາວ ຂອງທ່ານ ໂມເຕິ ໂທຊິມິຊຶ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນເດືອນສິງຫາປີທີ່ຜ່ານມາ ເຊິ່ງແມ່ນການຢ້ຽມຢາມໃນຖານະແຂກທາງການລະດັບສູງຄົນທໍາອິດຂອງປະເທດລາວນັບຕັ້ງແຕ່ເລີ່ມມີການແຜ່ລະບາດຂອງເຊື້ອພະຍາດ COVID-19 ນອກຈາກນີ້ ທ່ານທູດຍັງໄດ້ກ່າວຂອບໃຈ ແລະ ນັບຖືເປັນຢ່າງສູງ ມາຍັງລັດຖະບານລາວ ບຸຄະລາກອນການແພດ ແລະ ພາກສ່ວນກ່ຽວຂ້ອງໝົດທຸກທ່ານ ທີ່ພະຍາຍາມຕໍ່ຕ້ານ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19.

ໃນງານລ້ຽງຄັ້ງນີ້ ທ່ານທູດ ຮ່ວມກັບລັດຖະມົນຕີ-ຮອງລັດຖະມົນຕີ ແລະ ແຂກກິດຕິມະສັກອີກຫຼາຍທ່ານ ໄດ້ເຮັດພິທີ Kagami-biraki (ແມ່ນການຕີໄຫເຫຼົ້າຊາເກະໃຫ້ແຕກ ເຊິ່ງເປັນວັດທະນະທໍາດັ່ງເດີມຂອງຍີ່ປຸ່ນ) ແລະ ຍົກຈອກອວຍພອນຮ່ວມກັນເພື່ອສຸຂະພາບທີ່ແຂງແຮງ ແລະ ຄວາມສໍາເລັດໃນປີ 2021 ນອກຈາກນີ້ ໃນງານລ້ຽງດັ່ງກ່າວ ບັນດາແຂກຜູ້ມີກຽດຍັງໄດ້ມມ່ວນຊື່ນກັບການຊົມຮູບພາບກິດຈະກໍາທີ່ຖືກວາງສະແດງໃນຫ້ອງງານລ້ຽງ ເຊັ່ນ: ກິດຈະກໍາຂອງພະບໍລົມມະວົງສານຸວົງ ການແລກປ່ຽນຂອງການນໍາຂັ້ນສູງລະຫວ່າງສອງຊາດຂອງໄລຍະນີ້ ການຮ່ວມມືຂອງປະເທດຍີ່ປຸ່ນ ຕໍ່ການຕອບໂຕ້ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ການປະກອບສ່ວນວຽກງານຂອງອາສາສະໝັກຊາວໜຸ່ມຍີ່ປຸ່ນ (JOCVS) ແລະ ຊ່ຽວຊານໄຈກາອີກດ້ວຍ.

# ຂ່າວ & ພາບ: ວຽງມາ