ສຳເລັດການວິໄຈຜົນການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III

    ກອງປະຊຸມເຜີຍແຜ່ຜົນການສຳຫຼວດເສດຖະກິດທົ່ວປະເທດ  ຄັ້ງທີ  III  ຈັດຂຶ້ນວັນທີ  16  ກຸມພາ 2021 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ມີທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະຊີ້ນຳຂັ້ນສູນກາງ ແລະ ຂັ້ນແຂວງ ຂອງການສຳຫຼວດເສດຖະກິດທົ່ວປະເທດເຂົ້າຮ່ວມ.

    ທ່ານ ນາງ ພອນສະຫຼີ ສຸກສະຫວັດ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງວຽກງານສະຖິຕິ ກໍຄືການປະກອບສ່ວນເຂົ້າໃນຂະບວນການພັດທະນາ ແລະ ສ້າງສາປະເທດຊາດ ເວົ້າລວມ ເວົ້າສະເພາະປັດຈຸບັນນີ້ ທັງພັກ ກໍຄືລັດຖະບານ ພວມສຸມໃສ່ຈັດຕັ້ງປະຕິບັດໄລຍະສຸດທ້າຍຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020) ສະນັ້ນ ຂໍ້ມູນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ນີ້ ຈຶ່ງມີຄວາມສໍາຄັນຕໍ່ການຄິດໄລ່ບັນດາຕົວຊີ້ບອກທາງດ້ານເສດຖະກິດ ຮັບໃຊ້ເຂົ້າໃນການຕີລາຄາ-ການປະເມີນຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິ ກໍຄືແຜນພັດທະນາດັ່ງກ່າວ ພ້ອມນັ້ນ ກໍຈະເປັນພື້ນຖານທີ່ດີໃຫ້ແກ່ການຕິດຕາມ ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ໃນຊຸມປີຕໍ່ໜ້າ ໃນໄລຍະມໍ່ໆນີ້ ຂໍ້ມູນຈາກການສໍາຫຼວດດັ່ງກ່າວ ຈະປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການນຳໃຊ້ເປັນຕົວເລກຄິດໄລ່ບັນດາຕົວຊີ້ບອກ ຫຼື ດັດຊະນີໝາຍ ເພື່ອຕີລາຄາ ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ບົດລາຍງານຄວາມໝັກໃຈຄັ້ງທີສອງ (VNRII) ເຊິ່ງລັດຖະບານມີພັນທະ ໄດ້ລາຍງານຕໍ່ສາກົນ ແລະ ໃຫ້ສຳເລັດໃນເດືອນມິຖຸນາ 2021 ທີ່ຈະມາເຖິງນີ້ ບໍ່ພຽງແຕ່ເທົ່ານັ້ນ ຜົນຂອງການສຳຫຼວດໃນຄັ້ງນີ້ ແມ່ນຈະເປັນພື້ນຖານອັນສຳຄັນໃນການສຶບຕໍ່ປັບປຸງຖານຂໍ້ມູນຂອງບັນດາຫົວໜ່ວຍພື້ນຖານເສດຖະກິດທີ່ກຳລັງເຄື່ອນໄຫວ ແລະ ດຳເນີນກິດຈະການໃຫ້ມີຄວາມຄົບຖ້ວນ ແລະ ຊັດເຈນ ສາມາດສະໜອງຂໍ້ມູນໃຫ້ແກ່ການຕີລາຄາສະພາບການຂະຫຍາຍຕົວເສດຖະກິດມະຫາພາກຂອງ ສປປ ລາວ.

​   # ຂ່າວ & ພາບ: ຊິລິການດາ

error: Content is protected !!