ວັນທີ 12 ກຸມພາ 2021 ທີ່ສູນການຄ້າວຽງຈັນເຊັນເຕີ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຮ່ວມມືກັບບໍລິສັດຂົນສົ່ງອາຫານ GoTeddy ຈັດກິດຈະກຳຈັດການເພື່ອແກ້ບັນຫາການນຳໃຊ້ປລາສຕິກທີ່ເປັນມົນລະພິດ ໂດຍຜ່ານການເລືອກນຳໃຊ້ພາຊະນະການຫຸ້ມຫໍ່ໃຫ້ເປັນມິດຕໍ່ສິ່ງແວດລ້ອມ ສຳລັບການບໍລິການຈັດສົ່ງອາຫານຂຶ້ນ ມີທ່ານ ນາງ ຣີຄາດາ ຣີເກີ ຜູ້ຕາງໜ້າອົງການ UNDP ປະຈຳລາວ ທ່ານ ປະສົງ ລັດຕະນະ ຜູ້ກໍ່ຕັ້ງ GoTeddy ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານຄັ້ງນີ້ ໄດ້ມີການແນະນຳການບໍລິການໃໝ່ຂອງໂປແກຣມມືຖື GoTeddy ທີ່ມີຊື່ວ່າ “Eco Tab” ຊ່ວຍໃຫ້ຜູ້ໃຊ້ສາມາດເລືອກເອົາການຫຸ້ມຫໍ່ທີ່ບໍ່ແມ່ນປລາສຕິກ ເຊິ່ງໃນໄລຍະການລະບາດຂອງພະຍາດໂຄວິດ-19 ການນຳໃຊ້ການບໍລິການຈັດສົ່ງອາຫານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍຢູ່ໃນສັງຄົມ ພາຍໃນເວລາບໍ່ຮອດສອງເດືອນ ການໃຫ້ບໍລິການຈັດສົ່ງອາຫານທີ່ມີຫຼັກໆສອງແຫ່ງໃນປະເທດລາວ ໄດ້ປະເມີນຈຳນວນການສັ່ງຊື້ສິນຄ້າຜ່ານອິນເຕີເນັດເພີ່ມຂຶ້ນຈາກປະມານ 100-200 ມາເປັນ 1.200-2.000 ຄໍາສັ່ງຕໍ່ມື້.

ການບໍລິການຈັດສົ່ງອາຫານອອນລາຍ ສາມາດນໍາມາເຊິ່ງຄວາມສະດວກສະບາຍ ແລະ ສ້າງໂອກາດການມີວຽກເຮັດງານທຳ. ເຖິງຢ່າງໃດກໍຕາມ ປະລິມານການໃຊ້ຖົງຢາງປລາສຕິກ ພຽງຈາກການບໍລິການດັ່ງກ່າວ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ມັນອາດຈະເປັນອັນຕະລາຍຕໍ່ສິ່ງແວດລ້ອມໃນອະນາຄົດ ຖ້າເຮົາບໍ່ມີການຈັດການທີ່ຖືກຕ້ອງ.
ທ່ານ ນາງ ຣີຄາດາ ຣີເກີ ກ່າວວ່າ: ພວກເຮົາອາໄສຢູ່ໃນໂລກໜ່ວຍໜຶ່ງທີ່ອາດຈະມີຖົງຢາງປລາສຕິກຫຼາຍກວ່າປາໃນມະຫາສະໝຸດ ປລາສຕິກທີ່ໃຊ້ພຽງຄັ້ງດຽວ ໄດ້ກາຍເປັນສ່ວນໜຶ່ງທີ່ບໍ່ສາມາດຫຼີກລ່ຽງໄດ້ໃນຊີວິດປະຈຳວັນຂອງພວກເຮົາ ຖ້າບໍ່ໄດ້ຮັບການເບິ່ງຄືນ ມັນອາດຈະເປັນໄພຂົ່ມຂູ່ຕໍ່ຄວາມເປັນຢູ່ຂອງພວກເຮົາໄດ້ ມັນງ່າຍທີ່ຈະໃຊ້ປລາສຕິກແລ້ວຊໍ້າອີກ ຖ້າບໍ່ເບິ່ງຂ້າມ ແລະ ຍັງຮູ້ພຽງເລັກນ້ອຍກ່ຽວກັບຜົນສະທ້ອນທີ່ຫຼາກຫຼາຍຂອງມັນ ອົງການ UNDP ໃຫ້ບູລິມະສິດແກ່ຄວາມສະຖຽນລະພາບຂອງແຜ່ນດິນໂລກ ແລະ ກຳລັງເຮັດວຽກຮ່ວມກັບຄູ່ຮ່ວມງານ ເພື່ອໃຫ້ເປັນຊຸມຊົນທີ່ບໍ່ມີປລາສຕິກ.

ທ່ານ ປະສົງ ລັດຕະນະ ກໍກ່າວວ່າ: ຖ້າຄຳນຶງເຖິງບົດບາດທີ່ສຳຄັນຂອງເຕັກໂນໂລຊີ ແລະ ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ການມີສ່ວນຮ່ວມໃນການພັດທະນາແບບຍືນຍົງນັ້ນ ພວກເຮົາມີຄວາມຕ້ອງການອັນຮີບດ່ວນ ໃນການແກ້ໄຂສິ່ງທ້າທາຍດັ່ງກ່າວ ໂດຍການນຳໃຊ້ການຫັນເປັນດີຈີຕອນ ເພື່ອເສີມຂະຫຍາຍວິທີແກ້ໄຂໃໝ່ໆ ໃນການຕອບໂຕ້ບັນຫາມົນລະພິດປລາສຕິກທີ່ໃຊ້ພຽງເທື່ອດຽວ ໂດຍຜ່ານທາງເລືອກ “Eco Tab” ແບບໃໝ່ນີ້ ຜູ້ໃຊ້ແອັບພລິເຄຊັນຈະໄດ້ສຳຜັດປະສົບການໃນການບໍລິການຈັດສົ່ງທີ່ບໍ່ມີປລາສຕິກ ພ້ອມກັບສື່ຄວາມມຸ່ງໝັ້ນທີ່ມີຕໍ່ສິ່ງແວດລ້ອມ ປັດຈຸບັນ ໄດ້ມີຮ້ານອາຫານຫຼາຍກວ່າ 50 ຮ້ານ ລົງທະບຽນບໍລິການນີ້ແລ້ວ ລູກຄ້າຈະໄດ້ຮັບປະທານອາຫານຢູ່ເຮືອນ ໃນຂະນະທີ່ບໍ່ໄດ້ນຳໃຊ້ປລາສຕິກ ເພື່ອເຂົ້າຮ່ວມໃນຂະບວນການນີ້ ກະລຸນາດາວໂຫຼດໂປຣແກຣມ GoTeddy ສຳລັບທັງ IOS ແລະ Andriod ຈາກລິ້ງນີ້: https://goteddylab.com/
# ຂ່າວ & ພາບ: ລັດເວລາ