ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ (ຜກ) ໄດ້ຈັດກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກ ຕໍ່ບົດລາຍງານການປັບປຸງ (Updated Reform Memo) ແລະ ທົບທວນການຈັດຕັ້ງ ປະຕິບັດແຜນດໍາເນີນງານ 2020-2022 ທີ່ຕິດພັນກັບການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ ຂຶ້ນວັນທີ 15 ກຸມພາ 2021 ຢູ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນ ການ ແລະ ການລົງທຶນ ມີຜູ້ເຂົ້າຮ່ວມຈາກຂະແໜງການຮັບຜິດຊອບປັບປຸງຕົວຊີ້ວັດ ຜູ້ເຂົ້າຮ່ວມທີ່ກ່ຽວຂ້ອງ ຂັ້ນນະຄອນຫຼວງ ແລະ ບັນດາຄູ່ຮ່ວມພັດທະນາສາກົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມແມ່ນເພື່ອຄົ້ນຄວ້າ ແລະ ຈັດລຽງບູລິມະສິດບັນດາກິດຈະກໍາຄືນໃໝ່ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງ ໃຫ້ສາມາດປັບປຸງຄະແນນ ແລະ ອັນດັບລວມຂອງ ສປປ ລາວ ໃນບົດລາຍງານປີ 2022 ອີງຕາມໜັງສືແຈ້ງຕອບ ລົງວັນທີ 17 ທັນວາ 2020 ກຸ່ມທະນາຄານໂລກ ໄດ້ຮັບຮອງເອົາ 5 ການປັບປຸງຈາກທັງໝົດ 18 ລາຍການ ທີ່ ສປປ ລາວ ໄດ້ລາຍງານໄປ ເຊິ່ງການປັບປຸງດັ່ງກ່າວ ຄາດວ່າຈະຊ່ວຍຍົກອັນດັບລວມ ຂອງ ສປປ ລາວ ໃນບົດລາຍງານ Ease of Doing Business ປີ 2021 ໄດ້ດີຂຶ້ນພຽງເລັກນ້ອຍເທົ່ານັ້ນ.

ໃນໄລຍະຕົ້ນເດືອນມັງກອນ 2021 ກົມສົ່ງເສີມການລົງທຶນ ກະຊວງ ຜທ ໄດ້ຈັດກອງປະຊຸມປຶກສາຫາລືລະດັບວິຊາການຮ່ວມກັບຄະນະຮັບຜິດຊອບປັບປຸງຕົວຊີ້ວັດເປົ້າໝາຍ ທີ່ມີທ່າແຮງໃນການປັບປຸງຄະແນນໃນໄລຍະ 2 ປີຕໍ່ໜ້ານີ້ ເຊັ່ນ: ຂະແໜງອຸດສາຫະກໍາ ແລະ ການຄ້າ ອາກອນ ໂຍທາທິການ ແລະ ຂົ່ນສົ່ງ ແລະ ພະລັງງານ ແລະ ບໍ່ແຮ່ ເພື່ອສຸມໃສ່ການປັບປຸງແຜນວຽກບຸລິມະສິດ ຂອງແຜນດໍາເນີນງານ 2021-2022 ແລະ ແກ້ໄຂບັນຫາຄົງຄ້າງ ເພີ່ມການມີສ່ວນຮ່ວມຂອງພາກເອກກະຊົນ ປັບປຸງການປະສານງານຂອງຄະນະສະເພາະກິດ ການປະສານງານລະຫວ່າງຂະແໜງການ ການເຜີຍແຜ່ ແລະ ຕິດຕາມການຈັດຕັ້ງປະຕິບັດລະບຽບການທີ່ໄດ້ຮັບການປັບປຸງໃໝ່.
ໃນຕອນທ້າຍຂອງການປິດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ ຈົ່ງສືບຕໍ່ທົບທວນ ແລະ ວາງແຜນຈັດລຽງບຸລິມະສິດຄືນໃໝ່ ເພື່ອເລັ່ງຈັດຕັ້ງປະຕິບັດ ແລະ ແກ້ໄຂຂໍ້ຄົງຄ້າງໃຫ້ສາມາດປັບປຸງຄະແນນ ແລະ ອັນດັບລວມ ຂອງ ສປປ ລາວ ໃນບົດລາຍງານຂອງກຸ່ມທະນາຄານໂລກໃນປີຕໍ່ໄປ (2022) ທີ່ຈະດໍາເນີນການສໍາຫຼວດ ແລະ ເກັບຂໍ້ມູນໃນມໍ່ໆນີ້.
# ຂ່າວ & ພາບ: ສີພອນ