ວັນທີ 12 ກຸມພາ 2021 ພະອາຈານບຸນຍາດ ຄຳພູ ປະຈຳວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວປູກຈິດສຳນຶກເພື່ອອະນຸຊົນເຍົາວະຊົນ ແລະ ຊາວໜຸ່ມ ໃນການເລົ່າສິນລະທຳ ເປັນການປູກຈິດສຳນືກຕ້ານຢາສູບ ແລະ ຢາເສບຕິດທຸກຊະນິດ ພ້ອມທັງໃຫ້ຄຳເຫັນ ແລະ ສຳນຶກເຖິງບຸນຄຸນພໍ່ແມ່ ຄູບາອາຈານຜູ້ມີພະຄຸນ ແລະ ມອບອຸປະກອນການສຶກສາໃຫ້ນັກຮຽນໂຮງຮຽນປະຖົມສອນນາລິນ 1 ບ້ານຫ້ວຍຫົງ ເມືອງຈັນທະບູລີ ແລະ ໂຮງຮຽນປະຖົມສອນນາລິນ 2 ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີຄູອາຈານ ແລະ ນັກຮຽນເຂົ້າຮ່ວມຮັບຟັງ300 ຄົນ.

ສຳລັບກິດຈະກຳຄັ້ງນີ້ ໄດ້ມອບລາງວັນໃຫ້ຜູ້ທີ່ເລົ່າຄາຖາລ່ຽນໄຫຼດີ ເປັນລາງວັນທີ 1 ມີ 1 ລາງວັນເປັນລົດຖີບ ໂຮງຮຽນລະ 1 ຄັນ ໂດຍໄດ້ຮັບອຸປະຖຳຈາກທ່ານ ສົມພາວັດ ແລະ ນາງ ສອນນາລິນ ຢູ່ບ້ານຫ້ວຍຫົງເມືອງຈັນທະບູລີ.

# ຂ່າວ & ພາບ: ສົມສະຫວັນ