ວັນທີ 15 ກຸມພາ 2021 ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະຜູ້ແທນ ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ລົງໂຄສະນາຫາສຽງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດຕ້ອນຮັບຄະນະດັ່ງກ່າວ ໂດຍທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ມີບັນດາພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.


ໂອກາດດັ່ງກ່າວນີ້ ບັນດາຜູ້ແທນໄດ້ຜັດປ່ຽນກັນຂຶ້ນສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຕົນ ເພື່ອສ້າງເງື່ອນໄຂ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ປະຫວັດຄວາມເປັນມາ ຜົນງານ ແລະ ວິໄສທັດຂອງຜູ້ສະໝັກແຕ່ລະທ່ານ ປັດຈຸບັນ ເມືອງຫາດຊາຍຟອງມີບ້ານທັງໝົດ 60 ບ້ານ ມີພົນລະເມືອງຈຳນວນ 102.843 ຄົນ ຍິງ 51.905 ຄົນ ຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ ອາຍຸ 18 ປີຂຶ້ນໄປ ທັງໝົດ 67.369 ຄົນ ຍິງ 36.031 ຄົນ ທົ່ວເມືອງມີໜ່ວຍເລືອກຕັ້ງທັງໝົດ 67 ໜ່ວຍ.

ສຳລັບການລົງໂຄສະນາຫາສຽງຂອງຜູ້ສະໝັກເລືອກຕັ້ງ ສສຊ ຢູ່ເມືອງຫາດຊາຍຟອງໃນພາກເຊົ້າ ຄະນະຜູ້ແທນລົງຮັບສະໝັກເລືອກຕັ້ງ ໄດ້ແບ່ງສະຖານທີ່ລົງຫາສຽງອອກເປັນ 4 ໜ່ວຍຄື: ຢູ່ວັດທົ່ງບໍ່ໂອ (ກຸ່ມບໍ່ໂອ) ວັດພະເຈົ້າຊ້າງ ບ້ານຊາຍຟອງໃຕ້ (ກຸ່ມສີຖານ) ຫ້ອງການບ້ານສີມມະໂນເໜືອ (ກຸ່ມສິມມະໂນ) ແລະ ຢູ່ວັດທ່າພະ (ກຸ່ມທ່າພະ) ສ່ວນໃນພາກບ່າຍ ຜູ້ຮັບສະໜັກເລືອກຕັ້ງ ສສຊ ກໍແບ່ງສະຖານທີ່ລົງຫາສຽງຢູ່ 4 ໜ່ວຍຄື: ຢູ່ວັດບ້ານສະຫວ່າງ (ກຸ່ມບ້ານຫ້ອມ) ມັດທະຍົມສາລະຄຳ (ກຸ່ມສາລະຄໍາ) ວັດບ້ານທ່າມ່ວງ (ກຸ່ມທ່າເດື່ອ) ແລະ ຢູ່ຫ້ອງວ່າການປົກຄອງເມືອງຫາດຊາຍຟອງ.

# ຂ່າວ & ພາບ: ຊິລິການດາ