ເມືອງຈັນທະບູລີ ສ້າງຂະບວນການອອກແຮງງານວັນເສົາແດງ

    ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງຈັນທະບູລີ ຮ່ວມກັບສຳນັກງານ ອົງການປົກຄອງບ້ານ ໂຮງຮຽນທັງພາກລັດ ແລະ ເອກະຊົນ ທົ່ວເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສ້າງຂະບວນການອອກ ແຮງງານວັນເສົາແດງ ອະນາໄມປັດກວດ ແລະ ເກັບຂີ້ເຫຍື້ອຕາມເສັ້ນທາງຕ່າງໆພາຍໃນເມືອງຈັນທະບູລີ ໃນວັນທີ 13 ກຸມພາ 2021 ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ເຂົ້າຮ່ວມມີທ່ານ ພູຫົງ ສຸວັນທອງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງຈັນທະບູລີ ມີພະນັກງານຫຼັກແຫຼ່ງ ພໍ່ແມ່ປະຊາຊົນ ຄູ-ອາຈານ ແລະ ນ້ອງນັກຮຽນອ້ອມຂ້າງເມືອງເຂົ້າຮ່ວມ.

    ສຳລັບຈຸດອອກແຮງງານ ມີທັງໝົດ 2 ຈຸດໃຫຍ່ຄື: ຈຸດທີ1. ຖະໜົນ P3 (ໄຟອຳນາດສີບຸນເຮືອງ ຫາ ໄຟອຳນາດໂພນຕ້ອງສະຫວາດ) ຈຸດທີ 2. ຖະໜົນເຈົ້າອານຸວົງ (ໄຟອຳນາດໂທລະໂຄ່ງ ຫາ ສາມແຍກວັດດອນແດງ).

​                           # ຂ່າວ & ພາບ: ຊິລິການດາ

error: Content is protected !!