ພິທີວາງສີລາລຶກ ໂຄງການກໍ່ສ້າງຫໍສະໝຸດ ມ ເຊໂປນ ຕັ້ງຢູ່ບໍລິເວນເດີ່ນສຳນັກງານຫ້ອງວ່າການປົກຄອງເມືອງເຊໂປນແຂວງສະຫວັນນະເຂດ ອຸປະຖຳໂດຍຄອບຄົວຄຸດໄພທູນ ແລະ ພີ່ນ້ອງ ໂດຍແມ່ນຫ້ອງວ່າການປົກຄອງເມືອງເຊໂປນເປັນເຈົ້າຂອງໂຄງການ ບໍລິສັດ ເສົາເອກອາຄີເທັກ ເປັນຜູ້ອອກແບບ ແລະ ບໍລິສັດ ສະຫວັນຄຳກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງຈັດຂຶ້ນວັນທີ 12 ກຸມພາ 2021 ມີທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄອບຄົວທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ບັນດາຫົວໜ້າພະແນກ ການ ຫົວໜ້າຫ້ອງວ່າການ ຂະແໜງການ ອຳນາດການປົກຄອງບ້ານ ອະດີດຄູອາຈານ ແລະ ນັກຮຽນຮຸ່ນ 1-4 ໂຮງຮຽນມັດທະຍົມເຊໂປນແຫ່ງທຳອິດ ອຳນວຍການ ແລະ ນັກຮຽນໂຮງຮຽນ ມສ ອຸດົມສຸກ ແລະ ນາບໍ່ ເຂົ້າຮ່ວມ.
ໂຄງການກໍ່ສ້າງຫໍສະໝຸດ ມ ເຊໂປນແຫ່ງນີ້ ສ້າງຂຶ້ນເພື່ອເປັນຂອງຂວັນວັນຄົບຮອບ 53 ປີ (4/1968-4/2021) ການສ້າງຕັ້ງໂຮງຮຽນມັດທະຍົມເມືອງເຊໂປນແຫ່ງທຳອິດ ແລະ ວັນໄຊຊະນະດັງກ້ອງໂລກ ບັ້ນຮົບລາມເຊີນ 719 ຄົບຮອບ 50 ປີ (23/3/1971-23/3/2021) ນອກນີ້ ຍ້ອນຄວາມຄິດວິໄສທັດອັນຍາວໄກຂອງທ່ານ ປອ ສິນລະວົງ ຄຸດໄພທູນ ແລະຄອບຄົວ ທີ່ເຫັນໄດ້ຄຸນຄ່າຂອງການຮຽນ.
ໂຄງການກໍ່ສ້າງຫໍສະໝຸດແຫ່ງນີ້ ຈະໃຊ້ເວລາກໍ່ສ້າງສຳເລັດພາຍໃນ 6 ເດືອນ ເປັນອາຄານຮູບຊົງລາວຄລາຊິກສີຂາວສອງຊັ້ນ ເປັນອາຄານເບຕົງເສີມເຫຼັກ ຝາກໍ່ດ້ວຍດິນຈີ່ ມຸງດ້ວຍຊີແພັກ ກວ້າງ 8 ແມັດ ຍາວ 15 ແມັດ ເນື້ອທີ່ດ້ານໃນ 240 ຕາແມັດ ພາຍໃນ ປະກອບມີຫ້ອງມ້ຽນປຶ້ມ ຫ້ອງອ່ານໜັງສື ຫ້ອງຄອມພີວເຕີ ຫ້ອງບໍລິການ ຫ້ອງຕ້ອນຮັບ ຫ້ອງເກັບມ້ຽນເຄື່ອງ ຫ້ອງນໍ້າຊາຍ-ຍີງ 4 ຫ້ອງ ແລະ ພາຍໃນມີຮ້ານກາເຟ ແລະ ສະໂມສອນ.
# ຂ່າວ & ພາບ: ສົມສະຫວັນ