ວັນທີ 9 ກຸມພາ 2021 ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ເຂດເລືອກຕັ້ງເມືອງໄຊທານີ ນວ ລົງເຄື່ອນໄຫວໂຄສະນາຫາສຽງຢູ່ເມືອງໄຊທານີ ນຳໂດຍທ່ານ ບຸນວັນ ຈະສົ໋ວເກົ້າ ປະທານກວດກາພັກ-ລັດເມືອງໄຊທານີ ຜູ້ສະໝັກໝາຍເລກ 1 ເຂດເລືອກຕັ້ງເມືອງໄຊທານີ ຖືກຕ້ອນຮັບໂດຍທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ມີການນໍາຂອງເມືອງ ພະນັກງານ-ລັດຖະກອນ ແລະ ບ້ານເຂົ້າຮ່ວມ.

ການລົງໂຄສະນາຫາສຽງຂອງຜູ້ສະໝັກຄັ້ງນີ້ ແມ່ນເຫດການການເມືອງປະຫວັດສາດທີ່ສຳຄັນຂອງລະບອບ ປະຊາທິປະໄຕ ເພຶ່ອໃຫ້ປະຊາຊົນໄດ້ມີໂອກາດໃຊ້ສິດເລືອກເອົາຜູ້ແທນຂອງຕົນໄປຢູ່ໃນສະພາ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ເລຶອກເອົາຜູ້ທິ່ມີຄວາມຮູ້ ຄວາມສາມາດ ມີມາດຖານເງຶ່ອນໄຂຄົບຖັວນຢ່າງແທ້ຈິງ ເຊິ່ງເມືອງໄຊທານີ ມີ 104 ບ້ານ ກຳນົດເອົາ 22 ຈຸດ ໃນການໂຄສະນາຫາສຽງ ສສ ນວ ຊຸດທີ II.

ໂອກາດດັ່ງກ່າວ ກໍໄດ້ຮັບຟັງການສະເໜີໂຕ ແລະ ປະຫວັດການເຄື່ອນໄຫວຂອງຜູ້ສະໝັກຮັບເລືອກຕັ້ງເຂດເມືອງດັ່ງກ່າວທັງ 5 ທ່ານ ໃນນັ້ນ ມີທ່ານ ບຸນວັນ ຈະສົ໋ວເກົ້າ ປະທານກວດກາພັກ-ລັດເມືອງໄຊທານີ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໃຫຍ່ ບໍລິສັດກຣິດຕະພົງ ກຣູບ ຈຳກັດ ທ່ານ ບົວລີ ແກ້ວມະນີວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ທ່ານ ທອງສຸກ ບົວລີຂັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ ແລະ ທ່ານ ຄໍາພູວັນ ລາດຊະຈັກ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊທານີ ເພື່ອໃຫ້ຜູ້ມີສິດປ່ອນບັດໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດເພື່ອເປັນຜູ້ແທນຂອງຕົນ.

ຜູ້ສະໝັກຮັບເລືອກຕັ້ງ ຍັງໄດ້ຮຽກຮ້ອງມາຍັງພະນັກງານ ທະຫານ ຕຳຫຼວດ ພໍ່ຄ້າຊາວຂາຍ ປະຊາຊົນ ທົ່ວເມືອງໄຊທານີ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ພ້ອມກັນມາໃຊ້ສິດຂອງຕົນເອງ ເລືອກເອົາຜູ້ມີມາດຖານ ເງື່ອນໄຂຄົບຖ້ວນສົມບູນ ມີຄວາມຮູ້ ຄວາມສາມາດ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເພຶ່ອແນໃສ່ເຮັດໃຫ້ໃນບັ້ນເລືອກຕັ້ງຄັ້ງນີ້ສຳເລັດຕາມລະດັບຄາດໝາຍ.
# ຂ່າວ & ພາບ: ລັດເວລາ