ພິທີຈັບສະຫຼາກແບ່ງກຸ່ມ ການແຂ່ງຂັນກີລາຟຸດຊໍ ລາຍການ ຣີໄວ ຄັບ 2021 (Revive Futsal Cup 2021) ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດຂຶ້ນໃນວັນທີ 8 ກຸມພາ 2021 ຢູ່ຫ້ອງປະຊຸມ ສຕລ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ ທັງເປັນຫົວໜ້າພະແນກຈັດການແຂ່ງຂັນ ພ້ອມດ້ວຍຄະນະ ສຕລ ຕາງໜ້າຜູ້ສະໜັບສະໜູນ ທີ່ມາຈາກບໍລິສັດເບຍລາວ ຈໍາກັດ ລາວໂທລະຄົມ ມາຍເວ ແລະ ອື່ນໆ ລວມທັງຄູເຝິກ ແລະ ນັກກີລາ.

ຜົນການຈັບສະຫຼາກ ແບ່ງອອກເປັນ 2 ກຸ່ມ ຄື:
ກຸ່ມ A:
- ສະໂມສອນ ເໜືອ-ໃຕ້ ເອັຟຊີ
- ສະໂມສອນ SVS ເອັຟຊີ
- ສະໂມສອນ ຄິງດອມ ເອັຟຊີ
- ສະໂມສອນ ນະຄອນຫຼວງ ຟຸດຊໍ
- ສະໂມສອນ ທະເວັນຕີຊິກ ຢູໄນເຕັດ ແລະ ສະໂມສອນ ໂນອາ ຢູໄນເຕັດ

ສ່ວນກຸ່ມ B:
- ສະໂມສອນ ອໍນິວ ເອັຟຊີ (All new FC)
- ສະໂມສອນ ຮ້ານເຕົາຮູ້ຕຸ້ຍ-ຈ່ອຍ
- ສະໂມສອນ ໄອ-ສະປອດ ເອັຟຊີ
- ສະໂມສອນ ຈັນສີ ຂົນສົ່ງ
- ສະໂມສອນ ປີ້ງແບ້ ສະຫວັນມາລວຍ
- ສະໂມສອນ ເຄພີທີ ເອັຟຊີ

ສໍາລັບການແຂ່ງຂັນດັ່ງກ່າວ ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ກຸມພາ 2021 ແລະ ຈະໃຫ້ສໍາເລັດລົງ ໃນວັນທີ 14 ມີນາ 2021 ທຸກໆນັດແມ່ນແຂ່ງຂັນຢູ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ.
# ຂ່າວ & ພາບ: ສີພອນ