ຜູ້ສະໝັກ ສສຊ ປະຈຳເຂດເລືອກຕັ້ງທີ 1 ນວ ລົງຫາສຽງ

    ວັນທີ 9 ກຸມພາ 2021 ທີ່ຫໍປະຊຸມແຫ່ງຊາດ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ຈຳນວນ 23 ທ່ານ ຍິງ 6 ທ່ານ ໄດ້ລົງພົບປະພະນັກງານສຳນັກງານອົງການຈາກສູນກາງ ແລະ ພະນັກງານພະແນການ ນວ ຫຼາຍກວ່າ 100 ພາກສ່ວນອ້ອມຂ້າງ ນວ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ພ້ອມດ້ວຍການນຳ ນວ ເຂົ້າຮ່ວມ.

    ການລົງພົບປະຂອງຜູ້ສະໝັກ ເປັນ ສສຊ ປະຈຳເຂດເລືອກຕັ້ງທີ 1 ນວ ຄັ້ງນີ້ ແຕ່ລະທ່ານໄດ້ຜັດປ່ຽນກັນຂຶ້ນສະເໜີແນະນຳປະຫວັດຫຍໍ້ການເຄື່ອນໄຫວ ແລະ ຜົນງານຂອງຕົນໃນແຕ່ລະໄລຍະ ພ້ອມທັງສະເໜີແນວທາງການປະກອບສ່ວນຂອງຕົນພາຍຫຼັງທີ່ຖືກເລືອກຕັ້ງເປັນ ສສຊ ຊຸດທີ IX ທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ພະນັກງານ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ແລະ ປະຊາຊົນບັນດາເຜົ່າທີ່ໄປນັ່ງຢູ່ສະພາແຫ່ງຊາດ.

​                              # ຂ່າວ & ພາບ: ສົມສະຫວັນ

error: Content is protected !!