ກຸ່ມການສຶກສາແສງສະຫວັນ ສ້າງຫໍພັກໃຫ້ນັກຮຽນຢູ່ເມືອງນາແລ

    ທ່ານ ປອ ຄຳແຜນ ສີສະວົງ ປະທານກຸ່ມການສຶກສາແສງສະຫວັນ ໃຫ້ສຳພາດວັຳ: ກຸ່ມການສຶກສາແສງສະຫວັນໄດ້ສ້າງໂຄງການທຳອິດເພື່ອລະດົມທຶນສ້າງຫໍພັກໃຫ້ນັກຮຽນມັດທະຍົມສົມບູນໜອງຄຳ ຕັ້ງຢູ່ບ້ານໜອງຄຳ ເມືອງນາແລ ແຂວງຫຼວງນໍ້າທາ ຈຳນວນ  2 ຫຼັງເຊິ່ງໂຄງການນີ້ໄດ້ລະດົມທຶນເປີດຮັບບໍລິຈາກ ແລະ ໄດ້ມອບໃຫ້ໂຮງຮຽນນານາຊາດອົດສະຕຣາລີນຳພາ ໂດຍສະມາຊິກນັກຮຽນຈັດກິດຈະກຳລະດົມທຶນຕ່າງໆ ນອກນີ້ ຍັງມີການບໍລິຈາກວັດສະດຸກໍ່ສ້າງ ແລະ ເງິນຈຳນວໜຶ່ງຈາກບັນດາຜູ້ປົກຄອງນັກຮຽນຫຼາຍຄອບຄົວ ລວມໄດ້ເງິນທັງໝົດ 110 ລ້ານກີບ ແລະ ອີກ 90 ລ້ານກີບ ໄດ້ຈາກທຶນສ່ວນຕົວຂອງທ່ານ ປອ ຄຳແສນ ສີສະວົງ ເຊິ່ງໂຄງການນີ້ ຄາດວ່າຈະກໍ່ສ້າງສຳເລັດພາຍໃນກາງປີນີ້.

​ # ຂ່າວ & ພາບ: ສົມສະຫວັນ

error: Content is protected !!