ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດພິທີຕ້ອນຮັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ພ້ອມທັງແນະນໍາກົດລະບຽບ ເນື້ອໃນແຜນການ ແລະ ວິທີການໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງເຂົ້າໃຈ ເພື່ອຮັບປະກັນໃຫ້ການລົງໂຄສະນາຫາສຽງຖືກຕ້ອງຕາມລະບຽບກົດໝາຍ ແລະ ສໍາເລັດຕາມລະດັບຄາດໝາຍ ຂຶ້ນວັນທີ 8 ກຸມພາ 2021 ຢູ່ຫ້ອງວ່າການປົກຄອງ ນວ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ປະທານຄະນະກໍາມະການເລືອຕັ້ງຂັ້ນ ນວ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ການເລືອກຕັ້ງ ສສຊ ແລະ ສສຂ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າ ການເລືອກຕັ້ງຄັ້ງນີ້ ມີຄວາມສໍາຄັນເປັນຢ່າງຍິ່ງ ເພາະວ່າເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໂດຍສະເພາະແມ່ນການປັບປຸງບູລະນະ ສສຊ ແລະ ສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການອໍານາດລັດໜຶ່ງໃນລະບົບການເມືອງຂອງລາວໃຫ້ນັບມື້ນັບເຂັ້ມແຂງ ສະນັ້ນ ຄັດເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວພັກ ທົ່ວລັດ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເພື່ອເຮັດໃຫ້ການເລືອກຕັ້ງໃນຄັ້ງນີ້ ດຳເນີນໄປດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງເອົາໄວ້ ຮຽກຮ້ອງໃຫ້ບັນດາທ່ານ ກໍຄືຄະນະກຳມະການເລືອກຕັ້ງຂັ້ນ ນວ ເພີ່ມທະວີຄວາມເອົາໃຈໃສ່ເຂົ້າໃນວຽກງານດັ່ງກ່າວຢ່າງຕັ້ງໜ້າ ພ້ອມກັນປຸກລະດົມປະຊາຊົນເຂົ້າຮ່ວມການເລືອກຕັ້ງໃຫ້ເປັນຂະບວນຟົດຟື້ນ ເຮັດໃຫ້ການເລືອກຕັ້ງບັນລຸຜົນສຳເລັດ ແນໃສ່ສ້າງການຫັ່ນປ່ຽນຢ່າງແຂງແຮງ ເລີກເຊິ່ງ ແລະ ຮອບດ້ານ ໃນການປະຕິບັດພາລະບົດບາດຂອງ ສສຊ ແລະ ສສຂ ໃນຊຸມປີຕໍ່ໜ້າໃຫ້ໄດ້ຮັບຜົນດີ.
ປັດຈຸບັນ ນວ ໄດ້ຂຶ້ນບັນຊີພົນລະເມືອງຜູ້ມີສິດເລືອກຕັ້ງ ແລະ ກໍານົດໜ່ວຍປ່ອນບັດເລືອກຕັ້ງ ໃນນັ້ນ ນວ ມີພົນລະເມືອງທັງໝົດ 868.149 ຄົນ ຍິງ 439.149 ຄົນ (ທຽບໃສ່ປີ 2016 ເພີ່ມຂຶ້ນ 5,35%) ຜູ້ມີສິດເລືອກຕັ້ງມີ 600.288 ຄົນ ຍິງ 304.528 ຄົນ (ທຽບໃສ່ການເລືອກຕັ້ງຊຸດທີ VIII ເພີ່ມຂຶ້ນ 9,9%) ແລະ ໄດ້ແບ່ງໜ່ວຍເລືອກຕັ້ງອອກເປັນ 829 ໜ່ວຍ ໃນນີ້ ໜ່ວຍເລືອກຕັ້ງຢູ່ສະຖານທູດ ສະຖານກົງສູນ ແລະ ສຳນັກຜູ້ຕາງໜ້າຖາວອນຂອງລາວຢູ່ຕ່າງປະເທດ 40 ໜ່ວຍ ກຳນົດຈຸດລົງໂຄສະນາຫາສຽງຂອງ ສສຊ ຊຸດທີ IX ແລະ ສສ ນວ ເປັນເວລາ 11 ວັນ ນັບແຕ່ວັນທີ 9-19 ກຸມພາ 2021 ມີ 250 ຈຸດ ສສຊ 70 ຈຸດ ສສນວ 180 ຈຸດ ການເລືອກຕັ້ງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ມີ 23 ທ່ານ ຍິງ 6 ທ່ານ ສສ ນວ ຊຸດທີ II ມີ 49 ທ່ານ ຍິງ 12 ທ່ານ ເລືອກເອົາ 31 ທ່ານ.
ໂອກາດນີ້ ຜູ້ຮັບສະໝັກເລືອກຕັ້ງຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງແບ່ງໜ່ວຍ ແລະ ແຜນລົງໂຄສະນາຫາສຽງຢູ່ຈຸດຕ່າງໆ ຮັບຟັງການແນະນຳວິທີການຫາສຽງ ແລກປ່ຽນຄໍາຄິດເຫັນ ແລະ ຢ້ຽມຊົມຮູບຈຳລອງຜັງເມືອງຂອງ ນວ ຕື່ມອີກ.

# ຂ່າວ & ພາບ: ລັດເວລາ