ເຊີນຊວນທ່ຽວງານເທສະການອາຫານລາວ 2021 ທ້າຍເດືອນກຸມພາ

    ພິທີຖະແຫຼງຂ່າວ ງານເທສະການອາຫານລາວ ປະຈໍາປີ 2021 ຈັດຂຶ້ນວັນທີ 5 ກຸມພາ 2021 ຢູ່ຮ້ານອາຫານເລີປາແດກ ນະຄອນຫຼວງວຽງຈັນ ມີທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ທັງເປັນປະທານຄະນະກໍາມະການຈັດງານເທສະການອາຫານລາວ ປີ 2021 ທ່ານ ສະຖຽນ ມວນວົງສາ ຜູ້ຈັດການກິດຈະກໍາ ແລະ ອຸປະຖໍາ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ: ເພື່ອເປັນການບົ່ງບອກໃຫ້ມວນຊົນລາວໃນປັດຈຸບັນ ໄດ້ເຫັນພາບການຄ້າຂາຍແລກປ່ຽນສິນຄ້າກ່ຽວກັບອາຫານລາວເຊິ່ງກັນ ແລະ ກັນແບບລາວໆ ຂອງສະໄໝກ່ອນ ເຊິ່ງໃນປີ 2021 ນີ້ ສທຍ ພວກເຮົາຈຶ່ງຈັດງານເທສະການອາຫານຂຶ້ນ ພາຍໃຕ້ຄໍາຂວັນ: “ກິນ ຢູ່ ຮຽນຮູ້ວິຖີລາວ” ອີງໃສ່ສະພາບການຂອງສັງຄົມໃນປັດຈຸບັນທີ່ຍັງມີການແຜ່ລະບາດພະຍາດ Covid-19 ໃນທົ່ວໂລກ ສທຍ ພວກເຮົາໄດ້ຄັດຈ້ອນເລືອກເຟັ້ນເອົາຮ້ານອາຫານລາວເປັນຕົ້ນຕໍ ເພື່ອມາວາງຂາຍໃນງານເທສະການອາຫານ ຈາກ 200 ຮ້ານໃນປີຜ່ານມາ ໃຫ້ຍັງເຫຼືອພຽງ 120 ຮ້ານເທົ່ານັ້ນ ເພື່ອຮັກສາໄລຍະຫ່າງ ໃນນັ້ນ ມີຮ້ານອາຫານລາວ 104 ຮ້ານຈາກຕົວແທນທົ່ວປະເທດ ຂາຍເຄື່ອງຫັດຖະກໍາ ແລະ ກະສິກໍາ 16 ຮ້ານ

    ຈຸດປະສົງໃນການຈັດງານຄັ້ງນີ້ ເພື່ອສ້າງໃຫ້ຮູ້ເຖິງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸຮັກ ອາຫານການກິນຢູ່ ການດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ ຮີດຄອງປະເພນີດັ່ງເດີມ ແລະ ປັບໃຫ້ເຂົ້າກັບຍຸກສະໄໝຂອງຄົນລາວພວກເຮົາ  ເພື່ອເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວທີ່ເຄີຍມີມາ ນອກນີ້ ຍັງເປັນການສືບຕໍ່ຊຸກຍູ້ ສົ່ງເສີມແມ່ຍິງຜູ້ຜະລິດ ຜູ້ປູກຝັງ ລ້ຽງສັດ ທີ່ປຸງແຕ່ງໃນຮ້ານອາຫານ ໂຮງແຮມ ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະ ຈາກນະຄອນຫຼວງວຽງຈັນ ໄດ້ມາວາງສະ​ແດງ ​ແລະ ຄ້າຂາຍແລກປ່ຽນນໍາກັນ ພ້ອມທັງເພື່ອປຸກລະດົມເຊີນຊວນຜູ້ປະກອບການ​ແມ່ຍິງ ໃນການ​ຜະ​ລິດ​ເປັນ​ສິນຄ້າໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ພາກພື້ນ ເພື່ອສົ່ງເສີມນະໂຍບາຍ ລາວທ່ຽວລາວ ແລະ ເພື່ອສາມາດຕອບສະໜອງສິນຄ້າຢ່າງພຽງພໍໃຫ້ແກ່ຜູ້ມາທ່ຽວຊົມໄດ້ຈັບຈ່າຍຊື້ຂາຍຢ່າງສະດວກສະບາຍ ເພື່ອໂຄສະນາເຜີຍແຜ່ການຫຼຸດຜ່ອນພາວະໃຊ້ຖົງຢາງປລາສຕິກ ຫັນມານິຍົມຊົມໃຊ້ວັດຖຸທໍາມະຊາດ ບໍລິໂພກອາຫານພື້ນເມືອງລາວ ຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

    ແນວໃດກໍຕາມ ເພື່ອໃຫ້ບັນລຸຕາມຈຸດປະສົງດັ່ງກ່າວມານັ້ນ ສທຍ ໄດ້ຈັດຕັ້ງໃຫ້ມີງານເທສະການອາຫານລາວຢ່າງເປັນທາງການ ໃນວັນທີ 23-27 ກຸມພາ 2021 ຢູ່ສວນເຈົ້າອານຸວົງ (ແຄມຂອງ) ໃນນັ້ນ ຈະມີການແຂ່ງຂັນການຕົບແຕ່ງຮ້ານ ການຈັດວາງພາຊະນະໃສ່ອາຫານ ການວາງສະແດງເຄື່ອງຂາຍແບບລາວໆ ໂດຍມີການມອບລາງວັນໃຫ້ຮ້ານທີ່ຊະນະການແຂ່ງຂັນໃນປີນີ້.

    ພິເສດ ໃນຈໍານວນ 104 ຮ້ານ ມີຮ້ານຈາກບັນດາສະຖານທູດປະເທດອາຊຽນຕ່າງໆປະຈໍາ ສປປ ລາວທັງ 9 ປະເທດເຊັ່ນ: ສະຖານທູດຫວຽດນາມ ກໍາປູເຈຍ ອິນໂດເນເຊຍ ມາເລເຊຍ ມຽນມາ ຟີລິບປິນ ໄທ ສິງກະໂປ ແລະ ບຣູໄນ ຄາດຄະເນຈະມີຄົນເຂົ້າຮ່ວມປະມານ 20.000 ເທື່ອຄົນ ຄາດຄະເນວ່າຈະມີເງິນໝູນວຽນພາຍໃນງານ 5 ວັນປະມານ 2 ຕື້ກວ່າກີບ.

    ສໍາລັບກິດຈະກໍາໃນງານ:  ມີການຈັດຕັ້ງໂຄສະນາ ປຸກລະດົມຜູ້ມາວາງຂາຍເຄື່ອງໃຫ້ນຸ່ງຖືແບບລາວບູຮານ ມື້ເປີດງານໄດ້ມີການກວດວັດແທກອຸນຫະພູມ ມີເຈວໃຫ້ຜູ້ເຂົ້າຮ່ວມງານລ້າງມື ແຈກຜ້າປິດປາກ-ດັງ ເພື່ອປ້ອງກັນພະຍາດໂຄວິດ-19 ຈັດໃຫ້ມີມູມຂາຍອາຫານລາວເດີມ ຈັດໂຕະເປັນມູມແບບລາວເດີມ ແຂກທ່ຽວງານສາມາດຖ່າຍຮູບໄດ້ ຈັດໃຫ້ມີການສາທິດປຸງແຕ່ງອາຫານພື້ນເມືອງລາວຈາກຮ້ານອາຫານຊື່ດັງ ຮ້ານອາຫານຄົວລາວ ຮ້ານເລີປາແດກ ຈັດຕັ້ງສາທິດການສານກະຕ່າໄມ້ ຫຼື ຫວາຍໃສ່ອາຫານ ແລະ ເຄື່ອງຂອງ ໄດ້ຈາກຮ້ານຫັດຖະກໍາພື້ນບ້ານ (ທ້າວຕ້າ ບ້ານສະກ້າ) ໄດ້​ຈັດໃຫ້ມີການແຂ່ງຂັນການຕົບແຕ່ງຮ້ານແບບລາວໆ ແລະ ມີລາງວັນໃຫ້ (ໃຊ້ອຸປະກອນແບບທໍາມະຊາດ ປອດສານເຄມີ ຫຼຸດຜ່ອນຖົງປລາສຕິກ) ຈັດຕັ້ງກວດສຸຂະພາບໂດຍບໍ່ເສຍຄ່າ (ຕະຫຼອດວັນ) ຈາກ ດຣ ສີວິໄຊ ທັມມະລັງສີ LAO INTER CLINIC ບໍລິການກວດສຸຂະພາບໂດຍບໍ່ເສຍຄ່າ 35 ລາຍການ ດ້ວຍ Computer ທີ່ທັນສະໄໝ ວ່ອງໄວ ທັນໃຈ ຮູ້ຜົນກວດທັນທີ ແລະ ມີວົງດົນຕີລາວເດີມບັນເລງທຸກໆມຶື້ແຕ່ເວລາ 18:00-20:00 ໂມງ.

    ທ້າຍສຸດນີ້ ຂໍເຊີນຊວນມວນຊົນທຸກຖ້ວນໜ້າ ຈົ່ງໄດ້ເຂົ້າມາຮ່ວມງານ ແລະ ເລືອກຊິມ ເລືອກຊື້ອາຫານ ເຄື່ອງດື່ມ ເຄື່ອງຫັດຖະກຳລາວ ໃນງານເທສະການອາຫານລາວຄັ້ງພິເສດ: “ກິນ ຢູ່ ຮຽນຮູ້ວິຖີລາວ”  2021 “ລາວທ່ຽວລາວ” ຢ່າງມີຄວາມສຸກ.

​                           # ຂ່າວ & ພາບ: ສີພອນ

error: Content is protected !!