ວັນທີ 8 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບຢາວັກແຊັງກັນພະຍາດ COVID-19 ຈາກລັດຖະບານຈີນ ໃຫ້ແກ່ລັດຖະບານ ສປປ ລາວ ຈຳນວນ 3 ແສນໂດສ ແລະ ເຊີແລງ 300.800 ອັນ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ ສປປ ລາວ ໃຫ້ກຽດກ່າວມອບໂດຍທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໄປຍັງພັກ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍຜ່ານທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ລັດຖະບານ ກໍຄືປະຊາຊົນລາວ ພ້ອມດຽວກັນນີ້ ທ່ານຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານອຸປະກອນການແພດ ຜ້າອັດປາກ ນໍ້າຢາກວດເຊື້ອພະຍາດ ລວມທັງວັກແຊັງເພື່ອປ້ອງກັນພະຍາດ COVID-19 ໃນໄລຍະຜ່ານມາ ກໍຄືການຊ່ວຍເຫຼືອເພີ່ມໃໝ່ໃນຄັ້ງນີ້ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ເຮັດໃຫ້ລັດຖະບານລາວມີຜົນສຳເລັດໃນ ການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ຢູ່ລະດັບສູງໃນປັດຈຸບັນ.

# ຂ່າວ & ພາບ: ຊິລິການດາ