ສຕລ ສືບຕໍ່ພັດທະນາກີລາເຕະບານທົ່ວປະເທດ

    ກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ (ສຕລ) ຈັດຂຶ້ນໃນວັນທີ 5 ກຸມພາ 2021 ຢູ່ ສຕລ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ ແລະ ຜູ້ຕາງໜ້າສະຫະພັນບານເຕະແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ.

    ກອງປະຊຸມໄດ້ສະເໜີແຜນພັດທະນາກີລາບານເຕະ ຮ່ວມກັບສະຫະພັນບານເຕະແຂວງ ແລະ ນະຄອນຫຼວງ ປະກອບມີ: ຈັດເຝິກອົບ ຮົມຄູເຝິກ ລະດັບ C 4 ຄັ້ງ ຄາດວ່າຈະມີສຳມະນາກອນເຂົ້າຮ່ວມ 100 ຄົນຢູ່ນະຄອນຫຼວງວຽງຈັນ ເຊິ່ງຄັ້ງທີ 1 ວັນທີ 15-28 ກຸມພາ 2021 ຄັ້ງທີ 2 ວັນທີ 15-28 ມີນາ 2021 (ສະເພາະປະເພດຍິງ) ຄັ້ງທີ 3 ວັນທີ 1-14 ພຶດສະພາ 2021 ແລະ ຄັ້ງທີ 4 ວັນທີ 2-15 ສິງຫາ 2021.

    ການຈັດເຝິກອົບຮົມຄູເຝິກຂັ້ນພື້ນຖານ ລະດັບ D ຢູ່ 17 ແຂວງ ແລະ ນະຄອນຫຼວງ ຄາດວ່າຈະມີສຳມະນາກອນເຂົ້າຮ່ວມ 540 ຄົນ ວັນທີ 27 ກຸມພາ-10 ເມສາ 2021 ຢູ່ແຂວງຜົ້ງສາລີ ຫຼວງນໍ້າທາ ອຸດົມໄຊ ບໍ່ແກ້ວ ໄຊຍະບູລີ ແລະ ຫຼວງພະບາງ ວັນທີ 6 ມີນາ–10 ເມສາ 2021 ຢູ່ແຂວງບໍລິຄຳໄຊ ຂຽງຂວາງ ຫົວພັນ ໄຊສົມບູນ ແລະ ແຂວງວຽງຈັນ ວັນທີ 2 ຕຸລາ–23 ຕຸລາ 2021 ຢູ່ແຂວງອັດຕະປື ເຊກອງ ແລະ ສາລະວັນ ວັນທີ 2 ຕຸລາ–23 ຕຸລາ 2021 ຢູ່ແຂວງຈໍາປາສັກ ສະຫວັນນະເຂດ ແລະ ຄຳມ່ວນ.

     ສ່ວນການເຝິກແອບບານເຕະຂັ້ນພື້ນຖານ ໃຫ້ກັບເດັກນ້ອຍ ຢູ່ 17 ແຂວງ ແລະ ນະຄອນຫຼວງ ຄາດວ່າຈະມີສຳມະນາກອນເຂົ້າຮ່ວມ 1.800 ຄົນ ພ້ອມທັງຈັດເຝິກອົບຮົມກຳມະການຕັດສິນ ກ່ອນການແຂ່ງຂັນຂັ້ນແຂວງ ແລະ ນະຄອນຫຼວງ ຄາດວ່າຈະມີສຳມະນາກອນເຂົ້າຮ່ວມ 450 ຄົນ.

     ນອກຈາກນີ້ ຈັດການແຂ່ງຂັນ 4 ລາຍການ ຢູ່ 17 ແຂວງ ແລະ ນະຄອນຫຼວງຄື: ການແຂ່ງຂັນລີກປະຈຳປີພາຍໃນແຂວງ ແລະ ນະຄອນຫຼວງ ບໍ່ໃຫ້ຫຼຸດ 6 ທີມເຂົ້າຮ່ວມ ຮູບແບບໄປ-ກັບ ທຽບເທົ່າລາວລີກ 2 ຈັດການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 22 ປີ ບໍ່ໃຫ້ຫຼຸດ 8 ທີມ ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ບໍ່ໃຫ້ຫຼຸດ 8 ທີມ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ໃຫ້ມີທີມເຂົ້າຮ່ວມບໍ່ໃຫ້ຫຼຸດ 8 ທີມເຊັ່ນກັນ.

    ພ້ອມກັນນັ້ນ ສຕລ ຈະສືບຕໍ່ຈັດການແຂ່ງຂັນບານເຕະທົ່ວປະເທດ ຍິງ-ຊາຍ ຊິງຂັນວັນຊາດທີ 2 ທັນວາ ປະຈຳປີ 2021 ນັກກີລາທີ່ຈະເຂົ້າຮ່ວມ ແມ່ນນັກກີລາທີ່ລົງທະບຽນໃນການແຂ່ງຂັນບານເຕະລີກປະຈຳປີຂອງແຂວງ ຫຼື ນະຄອນຫຼວງເທົ່ານັ້ນ ໂດຍ ສຕລ ຈະຮັບຜິດຊອບສະຖານທີ່ພັກ ສະຖານທີ່ເຝິກຊ້ອມ ອຸດໜູນການເດີນທາງ ສ່ວນຄ່າອາຫານ ແມ່ນໃຫ້ບັນດາແຂວງເຂົ້າຮ່ວມຮັບຜິດຊອບເອງ ເຊິ່ງຄາດຄະເນທີມເຂົ້າຮ່ວມການແຂ່ງຂັນແມ່ນມີທັງໝົດ 28 ທີມ (ທີມຊາຍ 18 + ທີມຍິງ 10 ) ທີ່ມາຈາກ 17 ແຂວງ ແລະ ນະຄອນຫຼວງໃນທົ່ວປະເທດ ໂດຍຈະເລີ່ມການແຂ່ງຂັນໃນວັນທີ 6– 20 ພະຈິກ 2021 ເຊິ່ງທີມແຊັມທັງຍິງ-ຊາຍ ຈະໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 100 ລ້ານກີບ ຮອງແຊັມຮັບເງິນລາງວັນ 50 ລ້ານກີບ ເພີ່ມຈາກປີຜ່ານມາໄດ້ 10 ລ້ານກີບ.

    ແນວໃດກໍຕາມ ສຕລ ຈະໃຫ້ງົບປະມານບໍລິຫານຈໍານວນ 2 ລ້ານກີບຕໍ່ເດືອນ ລວມ 24 ລ້ານກີບຕໍ່ປີ ໃຫ້ສະຫະພັນບານເຕະແຂວງ ແລະ ນະຄອນຫຼວງ ພ້ອມກັນນັ້ນ ຈະໃຫ້ງົບຈັດການແຂ່ງຂັນຈຳນວນ 80 ລ້ານກີບ ໃຫ້ສະຫະພັນບານເຕະແຂວງ ແລະ ນະຄອນຫຼວງ ແລະ ໃຫ້ຄອມພິວເຕີ ແລະ ເຄື່ອງພິມ ປະມານ 10 ລ້ານກີບ ໃຫ້ຕື່ມອີກ ນອກຈາກນັ້ນ ຍັງຈະມອບໝາກບານເພື່ອຮັບໃຊ້ການແຂ່ງຂັນ 30 ໜ່ວຍ ລວມແລ້ວ ງົບປະມານທີ່ ສຕລ ຈະມອບໃຫ້ແຕ່ລະສະຫະພັນບານເຕະແຂວງ ແລະ ນະຄອນຫຼວງ ລວມ 121.500.000 ກີບຕໍ່ປີຕໍ່ສະຫະພັນບານເຕະແຂວງ ແລະ ນະຄອນຫຼວງ ລວມທັງໝົດ 2.187.000.000 ກີບຕໍ່ປີ.

    ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດຄຳເຫັນກ່ຽວກັບແຜນພັດທະນາບານເຕະທົ່ວປະເທດ ປະຈຳປີ 2021 ທ້າຍກອງປະຊຸມ ສຕລ ໄດ້ມອບຈັກຕັດຫຍ້າ 2 ເຄື່ອງ ແລະ ອຸປະກອນຕັດສິນໃຫ້ແກ່ສະຫະພັນບານເຕະແຂວງເຊກອງ ທີ່ຍັງຂາດເຂີນດ້ານນີ້ ເພື່ອສືບຕໍ່ພັດທະນາວົງການບານເຕະແຂວງຕໍ່ໄປ.

​                           # ຂ່າວ & ພາບ: ສີພອນ

error: Content is protected !!