ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ (ຊສ ນວ) ຈັດເຝິກ ອົບຮົມວຽກງານຕິດຕາມ ກວດກາຜົນກະທົບຕໍ່ສິ່ງແວດລ້ອມ ໃຫ້ໜ່ວຍງານອາສາສະໝັກ ຊສ ບ້ານ ຫ້ອງການ ຊສ 9 ເມືອງ ໃນນະຄອນຫຼວງວຽງຈັນ (ນວ) ຂຶ້ນວັນທີ 5 ກຸມພາ 2021 ຢູ່ເມືອງຫາດຊາຍຟອງ ໂດຍເປັນປະທານຂອງທ່ານ ແອງພອນ ແພງສຸວັນ ຮອງຫົວໜ້າພະແນກ ຊສ ນວ ມີທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການປົກຄອງເມືອງຫາດຊາຍຟອງ ທ່ານ ລຳເພັດ ຄຳຄໍ້ຮົມພັນ ຫົວໜ້າຫ້ອງການ ຊສ ເມືອງຫາດຊາຍຟອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຊຸດເຝິກອົບຮົມຄັ້ງນີ້ ໄດ້ລົງເລິກເອກະສານຄວາມຮູ້ພື້ນຖານ ການຕິດຕາມກວດກາຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມ ຂອງໂຄງການລົງທຶນ ຫົວໜ່ວຍທຸລະກິດ ຄອບຄົວ ແລະ ເອກະສານທີ່ພົວພັນກັບການລົງຕິດຕາມກວດກາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ຫົວໜ່ວຍທຸລະກິດ ຄອບຄົວ ພ້ອມນີ້ ຍັງໄດ້ແນະນຳແບບຟອມ ເຊັ່ນ: ແບບຟອມຂຽນແຜນລົງຕິດຕາມກວດກາ ແບບຟອມເກັບກຳຂໍ້ມູນໂຄງການລົງທຶນ-ກິດຈະກຳ ແບບຟອມລົງທະບຽນຜູ້ເຂົ້າຮ່ວມຕິດຕາມກວດກາ ແບບຟອມບັນທຶກຜົນການກວດກາຢູ່ພາກສະໜາມ ແບບຟອມຂຽນບົດລາຍງານການລົງຕິດຕາມກວດກາ ແລະ ແບບຟອມຂຽນໜັງສືແຈ້ງຜົນການຕິດຕາມກວດກາ.

ຈຸດປະສົງເພື່ອກໍານົດທີ່ຕັ້ງ ພາລະບົດບາດ ໜ້າທີ່ ຂອບເຂດສິດ ໂຄງປະກອບການຈັດຕັ້ງ ຫຼັກການ ແລະ ແບບແຜນວິທີເຮັດວຽກຂອງໜ່ວຍອາສາສະໝັກ ຊສ ບ້ານ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງເຄື່ອນໄຫວ ແລະ ເຜີຍແຜ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ທີ່ພົວພັນກັບການຄຸ້ມຄອງ ປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢູ່ຂັ້ນບ້ານໃຫ້ທົ່ວເຖິງ ເຮັດໃຫ້ໂຄງການລົງທຶນ-ກິດຈະການຕ່າງໆ ໄດ້ຮັບການຄຸ້ມຄອງ ແລະ ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ໂຄງການລົງທຶນ-ກິດຈະການຕ່າງໆ ເຄື່ອນໄຫວຕາມກົນໄກການພັດທະນາສີຂຽວ ແລະ ຍືນຍົງ.
# ຂ່າວ & ພາບ: ສະບາໄພ