ພິທີເຊັນສັນຍາຮ່ວມທຸລະກິດເພີ່ມເຕີມ ການປ່ຽນແທນຜູ້ຖືຮຸ້ນໃນໂຄງການຊອກຄົ້ນ ສໍາຫຼວດ ຂຸດຄົ້ນ ປຸງແຕ່ງ ແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງທ່າໂທມ ແລະ ເມືອງອະນຸວົງ ແຂວງໄຊສົມບູນ ລະຫວ່າງກົມເສດຖະກິດ ກະຊວງປ້ອງກັນປະເທດ ແລະ ບໍລິສັດ ລາວກະລັງເດໂປ ຈໍາກັດ ຈັດຂຶ້ນວັນທີ 5 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ພົນຈັດຕະວາ ຄໍາມີ ຫຼ້າບຸນທັນ ຫົວໜ້າກົມເສດຖະກິດ ກະຊວງປ້ອງກັນປະເທດແລະ ທ່ານ ຊານວາ ຊາລາອູລີ ອໍານວຍການບໍລິສັດ ລາວກະລັງເດໂປ ຈໍາກັດ ມີທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການຮ່ວມມືຂອງສອງຝ່າຍໃນໂຄງການນີ້ ເບື້ອງຕົ້ນ ເປັນການຮ່ວມທຶນລະຫວ່າງກຸ່ມບໍລິສັດພັດທະນາຊົນນະບົດ ໃໝ່ ແລະ ບໍລິສັດ ລາວ ກະລັງເດໂປ ຈໍາກັດ ທີ່ມີພື້ນທີ່ນອນຢູ່ສອງເມືອງຄື: ເມືອງທ່າໂທມ ແລະ ເມືອງອະນຸວົງແຂວງໄຊສົມບູນ ເຊິ່ງເນື້ອທີ່ເບື້ອງຕົ້ນທັງໝົດ 299,88 ກິໂລຕາແມັດ ພາຍຫຼັງທີ່ໄດ້ມີການລົງກວດກາພື້ນທີ່ຫຼາຍຄັ້ງ ແລະ ຄັ້ງຫຼ້າສຸດໃນເດືອນພະຈິກ 2020 ໄດ້ມີການຕັດພື້ນທີ່ອ່າງໂຕ່ງ ຈໍານວນ 2 ແຫ່ງອອກ ລວມທັງພື້ນທີ່ອື່ນໆບໍ່ຈໍາເປັນ ແລະ ທັບຊ້ອນກັບພາກສ່ວນອື່ນ ປັດຈຸບັນ ພື້ນທີ່ຕົວຈິງມີຢູ່ 177,68 ກິໂລຕາແມັດ ມີອາຍຸການສໍາປະທານ 20 ປີ ແລະ ສາມາດຕໍ່ໄດ້ຄັ້ງລະ 10 ປີ.
# ຂ່າວ & ພາບ: ຂັນທະວີ