ຍົກລະດັບທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານສືບທອດຫ້ອງວ່າການ ນວ

    ພິທີເປີດຮຽນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ XXXV ຊຸດທີ I ຂອງຫ້ອງວ່າການນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 4 ກຸມພາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການ ນວ ທ່ານ ພວນສະຫວັດ ອອນລັດບຸນມີ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ນວ ມີພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

    ການເປີດຮຽນທິດສະດີການເມືອງ-ການປົກຄອງຄັ້ງນີ້ ເພື່ອກໍ່ສ້າງໃຫ້ເລຂາ ຮອງເລຂາໜ່ວຍພັກ ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງໃນແຕ່ລະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການ ນວ ໄດ້ຮຽນຮູ້ຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ຮຽນຮູ້ແນວທາງແຜນນະໂຍບາຍຂອງພັກ ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ ຕາມໂຄງການຫຼັກສູດຊັ້ນຕົ້ນຂອງສະຖາບັນການເມືອງ-ການປົກຄອງວາງອອກ ປະກອບສ່ວນຍົກຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ທັດສະນະຫຼັກໝັ້ນການເມືອງໃຫ້ແກ່ສະມາຊິກພັກ-ພະນັກງານ ຢູ່ພາຍໃນຫ້ອງວ່າການ ນວ ໃຫ້ສູງຂຶ້ນ ແລະ ໜັກແໜ້ນກວ່າເກົ່າ ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການ ນວ  ແນໃສ່ກໍ່ສ້າງພະນັກງານຂັ້ນຮາກຖານ  ໃຫ້ໜັກແໜ້ນ  ສ້າງໜ່ວຍພັກໃຫ້ປອດໃສ  ເຂັ້ມແຂງໜັກ ແໜ້ນ  ປະກອບສ່ວນປັບປຸງການຈັດຕັ້ງໃນຄວາມຮັບຜິດຊອບຂອງຕົນໃຫ້ກະທັດຮັດແຕ່ເຂັ້ມແຂງ ຖືຜົນປະໂຫຍດລວມຂອງຊາດ ເປັນພື້ນຖານໄປຄຽງຄູ່ກັບການຍົກສູງຄຸນນະພາບບຸຄະລາກອນ ໃຫ້ສາມາດຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢູ່ ຮາກຖານໄດ້ເປັນຢ່າງດີ.

    ຜູ້ທີ່ເຂົ້າຮຽນໃນຊຸດນີ້ ເປັນພະນັກງານຫຼັກແຫຼ່ງນໍາພາ ພະນັກງານທີ່ເປັນເປົ້າໝາຍສືບທອດປ່ຽນແທນ 24 ທ່ານ ຍິງ 6 ທ່ານ ເຊິ່ງຈະໄດ້ຮຽນໃນໂຄງການຫຼັກສູດຊັ້ນຕົ້ນ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດວາງອອກ ມີທັງໝົດ 9 ວິຊາຮຽນ 15 ໜ່ວຍກິດ ເທົ່າກັບ 240 ຊົ່ວໂມງ ໃນນັ້ນມີ 5 ວິຊາ ສອບເສັງປາກເປົ່າ ແລະ 4 ວິຊາ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!