ອົດສະຕຣາລີ ມອບອຸປະກອນພັດທະນາສື່ການຮຽນ-ການສອນໃຫ້ ສວສ

    ໃນວາລະກອງປະຊຸມລະດັບວິຊາການ ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ບີຄວາ (BEQUAL) ໃນວັນທີ 3 ກຸມພາ 2021 ທີ່ຫ້ອງປະຊຸມ ຊັ້ນ 4 ຕຶກ ICT ຂອງກະຊວງສຶກສາທິການ ແລະ ກີລາ ສະຖານທູດອົດສະຕຣາລີປະຈຳ ສປປ ລາວ ໄດ້ມອບອຸປະກອນການອອກແບບກຣາຟິກ ການຕັດຕໍ່ ແລະ ຖ່າຍທຳວິດີໂອ ໃຫ້ກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ເພື່ອນຳໃຊ້ເຂົ້າໃນວຽກງານພັດທະນາສື່ການຮຽນ-ການສອນ ໃນການອອກແບບໂຄງຮ່າງປຶ້ມແບບຮຽນ ປຶ້ມຄູ່ມືຄູ ລວມທັງການຜະລິດວິດີໂອສຳລັບການພັດທະນາຄູ.

    ຕາງໜ້າມອບຂອງທ່ານ ນາງ ແອນນາ ເດເອຊັນ ເລາຂາເອກ ຈາກສະຖານທູດອົດສະຕຣາລີ ປະຈຳລາວ ຕາງໜ້າຮັບຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ໂດຍມີທ່ານ ບຸນປັນ ໄຊມຸນຕຣີ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກີລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ນອກຈາກນີ້ ທີມງານສູນພັດທະນາສື່ການຮຽນ-ການສອນ ສວສ ຍັງຈະໄດ້ຮັບການສະໜັບສະໜູນດ້ານການເຝິກອົບຮົມ ເພື່ອສ້າງຂີດຄວາມສາມາດໃຫ້ພະນັກງານຂອງສູນ ໃນການນໍາໃຊ້ຄອມພິວເຕີທີ່ມີປະສິດທິພາບສູງ ພ້ອມທັງການນຳໃຊ້ໂປຣແກຣມຊອບແວໃນການຕັດຕໍ່ອີກດ້ວຍ.

​                           # ຂ່າວ & ພາບ: ບຸນມີ

error: Content is protected !!