ກຜທ ປະເມີນວຽກງານແຜນການທົ່ວປະເທດ ປະຈຳປີ 2020 ແລະທິດທາງ ປີ 2021

     ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນທົ່ວປະເທດ ປະຈຳປີ 2020 ແລະ ທິດທາງປີ 2021 ຈັດຂຶ້ນວັນທີ 4 ກຸມພາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ກຜທ) ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ມີຮອງລັດຖະມົນຕີ ຮອງປະທານອົງການທຽບເທົ່າ ເຈົ້າແຂວງ ຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າ ຮອງຫົວໜ້າກົມ ຫົວໜ້າພະແນກແຜນການ ແລະ ການລົງທຶນທົ່ວປະເທດ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.  ​

    ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະຫຼຸບຕີລາຄາແຜນການປີ 2020 ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2016-2020) ແລະ ທິດທາງແຜນການ 5 ປີຄັ້ງທີ IX (2021-2025) ໃຫ້ຮູ້ກ່ຽວກັບສະພາບ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງລັດຖະບານໃນໄລຍະ 5 ປີຜ່ານມາ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງລັດຖະບານໃນປີ 2020 ສຳລັບທິດທາງຕໍ່ໜ້າ ເພື່ອເສີມສ້າງການຜະລິດ ແລະ ບໍລິການພາຍໃນປະເທດ ແຕ່ຍ້ອນສະພາບຄວາມຫຍຸ້ງຍາກຂອງເສດຖະກິດມະຫາພາກທີ່ສະສົມ ເປັນຕົ້ນແມ່ນບັນຫາໜີ້ສິນພາຍໃນ ແລະ ຕ່າງປະເທດ ການຂາດດູນການຄ້າ ຖານລາຍຮັບບໍ່ແນ່ນອນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ (GDP) ຢູ່ໃນລະດັບ 3,3% (ແຜນດັດແກ້ 3,3-3,6%) ມູນຄ່າຕາມລາຄາໃນປີ ປະມານ 173.138 ຕື້ກີບ ສະເລ່ຍຕໍ່ຫົວຄົນ ຈະສາມາດບັນລຸໄດ້ 2.664 ໂດລາສະຫະລັດ ການລົງທຶນຂອງລັດໃນໄລຍະ 9 ເດືອນ ສາມາດຈັດຕັ້ງປະຕິບັດວຽກ ແລະ ຢັ້ງຢືນ ເພື່ອສະເໜີຂໍຊໍາລະຈາກຂະແໜງ ແຜນການ 4.360 ໂຄງການ ເປັນທຶນ 1.608,90 ຕື້ກີບ ເທົ່າກັບ 46,27% ຂອງແຜນດັດແກ້ (ແຜນດັດແກ້ 3.477,33 ຕື້ກີບ) ສາມາດຊໍາລະຕົວຈິງໄດ້ 1.299 ຕື້ກີບ ເທົ່າກັບ 37,35% ຂອງແຜນດັດແກ້ ໃນປີ 2020 ໄດ້ມີການເລື່ອນຈ່າຍໂຄງການລົງທຶນຂອງລັດ ຈໍານວນ 700 ຕື້ກີບ ເພື່ອຈ່າຍໃນປີ 2021.

         ໄດ້ຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ໄປສູ່ລະບົບທັນສະໄໝຫຼາຍຂຶ້ນ ຄຽງຄູ່ກັບການປັບປຸບການຈັດຕັ້ງ ເຂັ້ມງວດ ການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ເພື່ອສະກັດກັ້ນການຮົ່ວໄຫຼຂອງງົບປະມານ ແລະ ການລະເມີດວິໄນການເງິນ ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນໃຫ້ການເກັບລາຍຮັບບໍ່ສາມາດບັນລຸໄດ້ຕາມແຜນທີ່ວາງໄວ້.

      ສຳລັບທິດທາງໃນຕໍ່ໜ້າ ປີ 2021 ເປັນປີເລີ່ມຕົ້ນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເຊິ່ງເປົ້າໝາຍ ແລະ ທິດທາງຕົ້ນຕໍຂອງການພັດທະນາເສດຖະກິດ-ສັງຄົມ ຍັງແມ່ນການສືບຕໍ່ເຮັດໃຫ້ປະເທດມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ສືບຕໍ່ຂະຫຍາຍຕົວຫັນສູ່ຄຸນນະພາບ ຈຸດສຸມ ຍືນຍົງ ແລະ ໄປຕາມທິດສີຂຽວ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ກ້າວສູ່ເປັນປະເທດລາຍຮັບປານກາງສູງໃນປີ 2030.

​                            # ຂ່າວ & ພາບ: ອຸເປຂາ

error: Content is protected !!