ວັນທີ 4 ກຸມພາ 2021 ຢູ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ6) ໄດ້ຈັດກອງປະຊຸມເຝີກອົບຮົມ ຍົກລະດັບຂີດຄວາມສາມາດໃຫ້ບຸຄະລາກອນເພດຍິງທົ່ວປະເທດ ແລະ ເພດຊາຍອ້ອມຂ້າງສູນກາງ ທີ່ຈະລົງເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ໂດຍການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານຄະນະປະຈຳສະພາແຫ່ງຊາດ ຜູ້ປະຈຳການ ຄະນະປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ ມີຮອງປະທານສະພາ ຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ສີໃສ ລືເດດມູນສອນ ກ່າວວ່າ: ຊຸດເຝີກອົບຮົມຄັ້ງນີ້ ພວກເຮົາໄດ້ຮັບຟັງການບັນຍາຍກ່ຽວກັບບົດບາດຂອງແມ່ຍິງໃນເວທີການເມືອງ ການມີພາວະຜູ້ນຳຂອງເພດຍິງ ເລີ່ມແຕ່ການລົງໂຄສະນາຫາສຽງເລືອກຕັ້ງ ວິທີການລົງໂຄສະນາຫາສຽງເລືອກຕັ້ງ ໂດຍການບັນຍາຍຂອງທ່ານນາງ ບຸນຍົງ ບຸບຜາ ສສຊ ຊຸດທີ V VI VII ຮອງກຳມາທິການຕ່າງປະເທດ ປະທານຄະນະ ສສຊ ເພດຍິງ ແລະ ຖາມ-ຕອບ ກ່ຽວກັບການເລືອກຕັ້ງສະມາຊິກ ສສຊ ແລະ ສສຂ ເຊິ່ງການເລືອກຕັ້ງ ສສຊ ແລະ ສສຂ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອຳນາດຂອງປະຊາຊົນລາວບັນດາເຜົ່າ.

ການເລືອກຕັ້ງຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະວ່າເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໂດຍສະເພາະ ການປັບປຸງບູລະນະສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ສະນັ້ນ ການຄັດເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຊົນລາວບັນດາເຜົ່າ ເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນໜ້າທີ່ລວມ ແລະ ຄວາມຮັບຜິດຊອບຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ແນໃສ່ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດຕາມລຳດັບຄາດໝາຍທີ່ວາງໄວ້.
# ຂ່າວ & ພາບ: ລັດເວລາ