ວັນທີ 29-30 ມັງກອນ 2021 ທ່ານ ລຳພົນ ສໍບຸນຍູ້ ປະທານສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງ ວຽງຈັນ ພ້ອມອາສາກູ້ໄພ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເສື້ອກັນໜາວໃໝ່ ແລະ ນຳໃຊ້ແລ້ວ ປະມານ 1.000 ຜືນ ແລະ ເຂົ້າ ລວມມູນຄ່າທັງໝົດ 15 ລ້ານກີບ ໄປແຈກຢາຍໃຫ້ນັກຮຽນ 5 ໂຮງຮຽນ ແລະປະຊາຊົນ 2 ບ້ານ ຢູ່ເມືອງຄຳ ແຂວງຊຽງຂວາງ ຄື: ໂຮງຮຽນປະຖົມສົມບູນແທນພູນ ແລະ ປະຊາຊົນບ້ານແທນພູນໂຮງຮຽນປະຖົມສົມບູນຊັນນ້ອຍ ແລະ ປະຊາຊົນບ້ານຊັນນ້ອຍ ໂຮງຮຽນປະຖົມສົມບູນບ້ານນໍ້າແຈະ ໂຮງຮຽນປະຖົມສົມບູນບ້ານຈອມເພັດ ແລະ ໂຮງຮຽນມັດທະຍົມສົມບູນຈອມເພັດ.
ສຳລັບເຄຶ່ອງທີ່ນຳໄປມາໃຫ້ນັກຮຽນ ແລະ ປະຊາຊົນຜູ້ທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດໜາວຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງສັງຄົມ ກໍຄືຜູ້ໃຈບຸນທັງຫຼາຍ ທີ່ມາມອບໃຫ້ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ທີ່ມີສຳນັກງານຕັ້ງຢູ່ບ້ານສ້າງເຫວີຍ ເມືອງສີສັດຕະນາກ ເພື່ອໄປມອບຕໍ່ໃຫ້ປະຊາຊົນ ແລະນັກຮຽນ.
# ຂ່າວ & ພາບ: ສົມສະຫວັນ